ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ເທັກນິກການເທຣດ Forex ດ້ວຍວິທີການຕັ້ງຄ່າ Ichimoku ໃນ MetaTrader (MT4/MT5) ເທິງໂທລະສັບມືຖື, ແທັບເລັດ

 

    ການເທຣດຊື້-ຂາຍ FOREX ຜ່ານມືຖື (MetaTrader : MT4/MT5) ເຊິ່ງຫຼາຍຄົນສະດວກໃນການນຳ ໃຊ້ຫຼາຍກວ່າຄອມພິວເຕີເພາະວ່າສາມາດເບິ່ງກາຟລາຄາໄດ້ທຸກເວລາ ຫຼືບາງທ່ານບໍ່ມີຄອມພິວເຕີ PC ຢູ່ໃນເຮືອນ, ບໍ່ມີຄອມພິວເຕີແລັບທັອບໄວ້ໃຊ້ວຽກນອກສະຖານທີ່
 
    ແຕ່ MetaTrader ໃນໂທລະສັບເປັນບັນຫາເນື່ອງຈາກວ່າ ໜ້າຈໍທີ່ສະແດງກຣາບນ້ອຍແມ່ນຂ້ອນຂ້າງຍາກທີ່ຈະເຫັນ. ການແຕ້ມເສັ້ນສັນຍານ Trend Line ບໍ່ສະດວກຄືກັບການເຮັດຢູ່ໃນເຄື່ອງຄອມພິວເຕີ. ອີກຢ່າງໜຶ່ງສິ່ງທີ່ສຳຄັນແມ່ນມັນມີເຄື່ອງມືຊ່ວຍເຫຼືອ (Indicator) ນ້ອຍແລະບໍ່ມີຫຸ່ນຍົນເທຣດຊື້-ຂາຍອັດຕະໂນມັດ (Expert Advisor : EA) ມັນເປັນການຍາກຫຼາຍທີ່ຈະໃຊ້ໂທລະສັບມືຖືໃນການເທຣດຊື້-ຂາຍ ຄືກັບ MetaTrader ໃນເຄື່ອງຄອມພິວເຕີ ເລີຍໃຊ້ພຽງແຕ່ເພື່ອເບິ່ງຈໍານວນຄໍາສັ່ງອໍເດີ ຫຼື ເປີດ/ປິດ ຄໍາສັ່ງອໍເດີຊື້-ຂາຍແບບງ່າຍໆເທົ່ານັ້ນ

ວີດີໂອຕົວຢ່າງການເທຣດຊື້-ຂາຍ FOREX ຜ່ານມືຖື

    ເພື່ອຊ່ວຍໃຫ້ການເທຣດຊື້-ຂາຍ FOREX ຜ່ານມືຖືໃຫ້ງ່າຍຂຶ້ນ ໃນບົດຄວາມນີ້ທີມງານ Forex for Lao ຈະເວົ້າກ່ຽວກັບ ເທັກນິກການເທຣດ Forex ດ້ວຍວິທີການຕັ້ງຄ່າ Ichimoku ໃນ MetaTrader (MT4/MT5) ເທິງໂທລະສັບມືຖື, ແທັບເລັດ ເຊິ່ງມີວິທີການດັ່ງຕໍ່ໄປນີ້

    ຫຼັກການອ່ານສັນຍານແລະການໃຊ້ວຽກ Ichimoku ໃນ MetaTrader ໂທລະສັບມືຖືແມ່ນເຮັດຄືກັບໃນ MetaTrader ເຄື່ອງຄອມພິວເຕີທຸກຢ່າງ ເພາະມັນເປັນຫຼັກການຕາຍຕົວຢູ່ແລ້ວຢ່າງເຂົ່ນ ເບິ່ງລາຄາແລ່ນເໜືອກ້ອນເມກຫຼືໃຕ້ກ້ອນເມກ, ເບິ່ງເສັ້ນສີແດງຕັດກັບເສັ້ນສີຟ້າ ແລະເບິ່ງເສັ້ນສີຂາວຈະເປັນຕົວຢືນຢັນແນວໂນ້ມຕະຫຼາດຂາຂຶ້ນຫຼືຂາລົງກົງກັບແທ່ງລາຄາຫຼືບໍ່?

ໜ້າຕາ Ichimoku ເທິງມືຖື

ໃນຕົວຢ່າງຮູບພາບຂ້າງເທິງ ສັນຍານທີ່ຂັດແຍ້ງກັນຊີ້ໃຫ້ເຫັນວ່າບໍ່ສາມາດເປີດຄຳສັ່ງຊື້ຫຼືຂາຍໄດ້ຕ້ອງລໍຖ້າ

- ກ້ອນເມກສີຟ້າ ເປັນຕົວແທນ ຂາຂຶ້ນ (ฺBUY)
- ກ້ອນເມກສີເທົາ ເປັນຕົວແທນ ຂາລົງ (SELL)
- ເສັ້ນ Tenkan sen ສີແດງ ເປັນເສັ້ນແລ່ນຕັດກັບເສັ້ນສີຟ້າ (Kijun sen) ເພື່ອຍືນຍັນການເປີດອໍເດີ
- ເສັ້ນ Kijun sen ສີຟ້າ ເປັນເສັ້ນຫຼັກຄື​ກັນ​ກັບເສັ້ນສີແດງ (Tenkan sen)
- ເສັ້ນ Chikou span ສີຂາວ ເປັນເສັ້ນຍືນຍັນແນວໂນ້ມຕະຫຼາດຂາຂຶ້ນຫຼືຂາລົງກົງກັບກາຟແທ່ງລາຄາໃນປະຈຸບັນ

ໃນຕົວຢ່າງຮູບພາບຂ້າງເທິງ ສັນຍານທີ່ຂັດແຍ້ງກັນຊີ້ໃຫ້ເຫັນວ່າບໍ່ສາມາດເປີດຄຳສັ່ງຊື້ຫຼືຂາຍໄດ້ຕ້ອງລໍຖ້າ ເຊິ່ງວິທີການເບິ່ງສັນຍານ Ichimoku ມີວິທີການເບິ່ງດັ່ງຕໍ່ໄປນີ້
 
1. ກາຟແທ່ງລາຄາແລ່ນໃນກ້ອນເມກຖືວ່າເປັນພຽງການກຽມຕົວເທົ່ານັ້ນ ເພາະວ່າລາຄາຈະພຸ່ງໄປແຮງມັນຕ້ອງອອກຈາກກ້ອນເມກກ່ອນ
ຖ້າລາຄາຢູ່ໃນກ້ອນເມກມັນບໍ່ແນ່ນອນວ່າລາຄາຈະແລ່ນໄປທາງໃດ ມັນອາດຈະຜ່ານໄປທາງຂ້າງເທິງຫຼືລົງທະລຸ ລົງໄປຂ້າງລຸ່ມນອກກ້ອນເມກກໍເປັນໄປໄດ້ທັງສອງ
 
***ດັ່ງນັ້ນການທີ່ກາຟແທ່ງລາຄາແລ່ນຢູ່ໃນກ້ອນເມກຈຶ່ງເປັນຊ່ວງທີ່ຕ້ອງລໍຖ້າກາຟແທ່ງລາຄາແລ່ນທະລຸອອກຈາກກ້ອນເມກ

2. ໃນຕົວຢ່າງຮູບພາບຂ້າງເທິງເສັ້ນ Chikou span ສີຂາວແລ່ນຢູ່ເທິງກ້ອນເມກຊີ້ໃຫ້ເຫັນວ່າແນວໂນ້ມຄວນຈະເປັນແນວໂນ້ມຂາຂຶ້ນ. ຖ້າລາຄາປະຈຸບັນ (ແທ່ງລາຄາສີຂຽວຢູ່ທາງດ້ານຂວາສຸດ) ສູງຂຶ້ນເໜືອກ້ອນເມກມັນຈະຢືນຢັນເງື່ອນໄຂທີ່ 1 ແລະ 2 ກົງກັນ, ເຮັດໃຫ້ສອງລາຍການນີ້ຜ່ານໄປວ່າເປັນແນວໂນ້ມຂາຂຶ້ນຢ່າງແນ່ນອນ (ແຕ່ໃນຕົວຢ່າງຮູບພາບຂ້າງເທິງ ແທ່ງລາຄາຍັງແລ່ນຢູ່ໃນເມກ ຈຶ່ງບໍ່ສາມາດບອກແນວໂນ້ມຂາຂຶ້ນຫຼືຂາລົງໄດ້ຢ່າງຊັດເຈນ)

3. ໃນຕົວຢ່າງຮູບພາບຂ້າງເທິງຖ້າກາຟແທ່ງລາຄາປັດຈຸບັນຂຶ້ນມາຢູ່ນອກກ້ອນເມກດ້ານເທິງໄດ້ຖືວ່າມີເງື່ອນໄຂທີ່ 1 ແລະ 2 ຜ່ານຄົບຖ້ວນ ແລ້ວລໍ ເສັ້ນ Tenkan sen ສີແດງ ແລ່ນຂຶ້ນໄປຕັດ ເສັ້ນ Kijun sen ສີຟ້າ ຂຶ້ນໄປເພື່ອເປັນເງື່ອນໄຂທີ່ 3 ຈຶ່ງຈະສາມາດເປີດອໍເດີຊື້ (BUY) ໄດ້

ວິທີການຕັ້ງຄ່າ Ichimoku ໃນ MetaTrader ເທິງໂທລະສັບມືຖື

   ເທັກນິກການເທຣດ Forex ດ້ວຍວິທີການຕັ້ງຄ່າ Ichimoku ໃນ MetaTrader (MT4/MT5) ເທິງໂທລະສັບມືຖື, ແທັບເລັດ ມີວິທີການດັ່ງດັ່ງຮູບລຸ່ມນີ້

1. ໄປທີ່ເມນູ ☰ ຢູ່ເບື້ອງຊ້າຍດ້ານເທິງຂອງໜ້າຈໍ > ຕັ້ງ​ຄ່າ (Settings)

2. ເລື່ອນໜ້າຈໍລົງມາແລ້ວເລືອກເມນູ ສີ (Colors)

3. ຕັ້ງຄ່າສີຕ່າງໆ ຕາມຕົວຢ່າງຮູບດ້ານເທິງ

4. ໄປທີ່ເມນູ ƒ ຢູ່ດ້ານເທິງຂອງໜ້າຈໍ ເພື່ອໃສ່ເຄື່ອງມືຊ່ວຍເຫຼືອ (Indicator) 

5. ທີ່ໜ້າຈໍເຄື່ອງມືຊ່ວຍເຫຼືອ (Indicator) ແລ້ວເລືອກ Ichimoku Hinko Hyo

6. ຕັ້ງຄ່າສີຕ່າງໆ ຕາມຕົວຢ່າງຮູບດ້ານເທິງ
Ichimoku ປະກົດຂຶ້ນຢູ່ໃນໜ້າຈໍແລ້ວ
 
ຫມຸນໂທລະສັບເປັນແນວນອນໜ້າຈໍກາຟຈະເບິ່ງສະດວກຫຼາຍຂຶ້ນ

   ສຳເລັດແລ້ວ!!! ວິທີການຕັ້ງຄ່າ Ichimoku ຈະຊ່ວຍໃຫ້ເທຣດງ່າຍຂຶ້ນໃນ MetaTrader (MT4/MT5) ເທິງໂທລະສັບມືຖື, ແທັບເລັດສະດວກຍິ່ງຂຶ້ນທຸກທີ່ທຸກເວລາ ແນວໃດກໍ່ຕາມຈະຕ້ອງມີຍຸດທະສາດແນວຄວາມຄິດ Money Management ດ້ວຍເພື່ອການວາງແຜນເງິນທຶນແລະສັດສ່ວນຂະໜາດການຊື້-ຂາຍຢ່າງເຫມາະສົມຈຶ່ງຈະເຮັດໃຫ້ພວກເຮົາສາມາດຢູ່ລອດໃນຕະຫຼາດ FOREX ໄດ້ຢ່າງມີກຳໄລແລະປອດໄພແນ່ນອນ ແລ້ວພົບກັນໃນບົດຄວາມຕໍ່ໄປ

ອ່ານເພີ່ມເຕີມ ► ຕົວຢ່າງການບໍລິຫານເງິນທຶນໃນພອດ (Money Management) ແບບງ່າຍໆ

_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰

Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot 
 
💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 
 
🔔 ສາມາດຕິດຕໍ່ທີມງານ Weltrade ສະໜັບສະໜຸນໄດ້ເພີ່ມເຕີມ
ຜ່ານຊ່ອງທ່າງເຫຼົ່ານີ້:
📞 Tel. 030-5086611 ( 09.00 - 21.00 ນ. ຈັນ - ສຸກ )
Line id: @weltradelaos  
Email:  weltrade.lao@gmail.com
 

| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້