ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ຂ່າວດີແຫ່ງວົງການບິດຄອຍ !!!​ ນາຍົກອະນຸຍາດໃຫ້ທົດລອງຂຸດ,​ ນຳໃຊ້ ແລະ ຊື້-ຂາຍ​ ແບບຖືກກົດໝາຍໃນລາວແລ້ວ

 

   ເມື່ອວັນທີ 9 ກັນຍາ 2021 ທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ1158/ຫສນຍ, ເລື່ອງ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີທິດຊີ້ນໍາ ກ່ຽວກັບຜົນການຄົ້ນຄວ້າ ການທົດລອງຂຸດບິດຄອຍ, ການຂໍເຊັນສັນຍາຊື້-ຂາຍພະລັງງານໄຟຟ້າ ກັບບໍລິສັດທີ່ໃຫ້ເງື່ອນໄຂຕ້ານລາຄາໄຟຟ້າສູງສຸດ ເພື່ອນໍາໃຊ້ເຂົ້າໃນຂະແຫນງກິດຈະການ Data Processing ຫຼື ການຂຸດບໍ່ດີຈີຕອນ (Crypto Currency).

   ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ “ເພື່ອໃຫ້ດໍາເນີນການໄດ້ໄວ (ບໍ່ເສຍໂອກາດ)" ຈຶ່ງໃຫ້ຈັດຕັ້ງປະຕິບັດດັ່ງນີ້

   1). ເຫັນດີອະນຸມັດໃຫ້ ບໍລິສັດ ຈໍານວນຫນຶ່ງເຮັດທົດລອງກ່ຽວກັບການຂຸດ, ການນໍາໃຊ້, ການຊື້-ຂາຍເງິນຄຣິບໂຕ ຢູ່ ສປປ ລາວ ໃນນີ້ລວມທັງ ບໍລິສັດ ວາບປ ດາຕາ ເຕັກໂນໂລຊີ ລາວ ຈໍາກັດຜູ້ດຽວ ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ໄດ້ດໍາເນີນມາໄລຍະຫນຶ່ງ ແລ້ວນັ້ນ ໃຫ້ເຂົ້າສູ່ຂະບວນການຄຸ້ມຄອງຂອງອົງການກ່ຽວຂ້ອງຂອງລັດຢ່າງເປັນທາງການ. ພ້ອມທັງຮັບຮອງຕື່ມອີກ 5 ບໍລິສັດ :  ບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ຈໍາກັດ, ບໍລິສັດ ສີສະເກດກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ບໍລິສັດ ບຸຜາ ພັດທະນາກໍ່ສ້າງເຄຫາສະຖານຂົວທາງ ແລະ ສໍາຫຼວດອອກແບບ ຈໍາກັດຜູ້ດຽວ, ທະນາຄານຮ່ວມພັດທະນາ ຈໍາກັດ ແລະ ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ. 

   2). ມອບໃຫ້ກະຊວງຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງສົມທົບກັບ ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງປ້ອງກັນຄວາມສະຫງົບ ແລະ ລັດ ວິສາຫະກິດໄຟຟ້າລາວ ຄົ້ນຄວ້າຮ່າງກົດລະບຽບການຄຸ້ມຄອງ ແລະ ມາດຖານເງື່ອນໄຂຕ່າງໆ ໃນການເຮັດທົດລອງ ສໍາລັບ ການອະນຸຍາດໃຫ້ຂຸດຄົ້ນ ແລະ ຊື້-ຂາຍເງິນຄຣິບໂຕຢູ່ ສປປ ລາວ (ຄ້າຍຄືຮູບແບບຂອງການເຮັດທົດລອງແຮ່ເຫຼັກ). ພ້ອມດຽວກັນນັ້ນ, ຂະແຫນງການ ແລະ ອົງການທີ່ກ່ຽວຂ້ອງຂ້າງເທິງ ກໍເປັນເຈົ້າການຄົ້ນຄວ້າ ແລະ ກໍານົດພາລະບົດບາດ, ສິດຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕົນ ເພື່ອນໍາສະເຫນີທ່ານ ນາຍົກ-ຮອງນາຍົກລັດຖະມົນຕີພິຈາລະນາ.


 
 
    ເຊິ່ງໃນປະຈຸບັນການຂຸດ,​ ນຳໃຊ້ ແລະ ຊື້-ຂາຍ​ ເງິນດີຈີຕອນນັ້ນຍັງບໍ່ກວ້າງຂວາງຫຼາຍຢູ່ໃນລາວ ແຕ່ສາມາດມີລາຍໄດ້ຈາກເງິນດີຈີຕອນດັ່ງນີ້

ຊື້-ຂາຍ​ ເງິນດີຈີຕອນດ້ວຍບັນຊີ Weltrade ປະເພດ Crypto


ອ່ານເພີ່ມເຕີມ ► Weltrade ວິທີການຊື້ຂາຍ Bitcoin ແລະ Cryptocurrency ໂດຍການເປີດບັນຊີປະເພດ Crypto

ອ່ານເພີ່ມເຕີມ ► WELTRADE ວິທີການໂອນ BITCOIN ແລະ CRYPTOCURRENCY ທັງການຝາກແລະຖອນດ້ວຍ​ກະເປົາເງີນ WALLET ຈາກເວັບໄຊທ໌ອື່ນໆ  

 ການຂຸດບໍ່ດີຈີຕອນດ້ວຍໂປແກຼມ CryptoTab Browser


 
 
_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰

Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot 
 
💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 
 
🔔 ສາມາດຕິດຕໍ່ທີມງານ Weltrade ສະໜັບສະໜຸນໄດ້ເພີ່ມເຕີມ
ຜ່ານຊ່ອງທ່າງເຫຼົ່ານີ້:
📞 Tel. 030-5086611 ( 09.00 - 21.00 ນ. ຈັນ - ສຸກ )
Line id: @weltradelaos  
Email:  weltrade.lao@gmail.com
 

| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ