ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ວິທີການໂອນ Bitcoin ຈາກ CryptoTab ເຂົ້າບັນຊີ Weltrade ປະເພດ Crypto (ຢ່າງລະອຽດ)

 
   ໃນບົດຄວາມນີ້ທີມງານ Forex for Lao ຈະເວົ້າກ່ຽວກັບ ວິທີການໂອນ Bitcoin ຈາກ CryptoTab Browser ເຂົ້າບັນຊີ Weltrade ປະເພດ Crypto ເພື່ອສໍາລັບໄວ້ເທຮດ ຊື້-ຂາຍ ສ້າງ​ກໍາ​ໄລຕໍ່ໄປ ຫຼື ໂອນເຂົ້າບັນຊີທະນາຄານລາວ (BCEL) ຜ່ານ ​Weltrade ກໍ່ໄດ້ ເຊິ່ງມີວິທີການດັ່ງຕໍ່ໄປນີ້

ອ່ານເພີ່ມເຕີມ ► ຈະຢູ່ເຮືອນຫຼືຢູ່​ບ່ອນ​ເຮັດ​ວຽກ ກໍ່ສາມາດໃຊ້ຄອມພິວເຕີແລະໂທລະສັບມືຖືຂຸດ BITCOIN ຢ່າງງ່າຍດາຍ ໃຜກໍ່ສາມາດເຮັດໄດ້ກັບ CRYPTOTAB

ວິທີການຖອນ Bitcoin ຈາກ CryptoTab

1. ເປີດໂປແກຼມ CryptoTab ຈາກໃນ PC ຫລືໂທລະສັບ, ແທັບເລັດທັງ Android, iOS. ຫຼັງຈາກນັ້ນໃຫ້ກົດປຸ່ມ ☰ ໃນແຈຂວາເທິງຂອງຫນ້າຈໍ > ຈາກນັ້ນໃຫ້ກົດ WITHDRAW BTC

- ຕົວຢ່າງຫນ້າຈໍ ຄອມພິວເຕີ PC




 - ຕົວຢ່າງຫນ້າຈໍ ໂທລະສັບ, ແທັບເລັດທັງ Android, iOS.

2.  ຫຼັງຈາກນັ້ນຈະປະກົດໜ້າຈໍຖອນເງິນ CryptoTab Browser (ກ່ອນທີ່ຈະຖອນ BTC ອອກຈາກ Cryptotab ໃຫ້​ເຈົ້າເປີດໜ້າຈໍ Weltrade ດ້ວຍຮ່ວມກັນ ເພື່ອສໍາລັບນໍາ Link ກະເປົາເງີນ Wallet Address ຈາກ Weltrade ປະເພດ Crypto ກັອບປີ້ມາໃສ່ໃນໜ້າຈໍຖອນເງິນ CryptoTabເຊິ່ງມີວິທີການດັ່ງຕໍ່ໄປນີ້


        2.1 ໃຫ້ Login ເວັບໄຊທ໌ Weltrade ຈາກນັ້ນເຂົ້າໄປທີ່ເມນູ ເງິນສົດ > ການດໍາເນີນງານດ້ານການເງິນ ຈາກນັ້ນເລືອກຝາກເງິນ (ເບິ່ງຮູບຂ້າງລຸ່ມນີ້)
                - ລະບົບການຊຳລະເງິນ ເລືອກ Cryptocurrency ເພື່ອຝາກ (ເລືອກ  BTC)
                - ບ່ອນທີ່ຈະລົງທະບຽນ ເລືອກບັນຊີ Weltrade ປະເພດ Crypto ທີ່ເຈົ້າຕ້ອງການເພື່ອເອົາເງິນເຂົ້າ
                - ຈຳນວນ ໃສ່ມູນຄ່າເປັນໂດລາ (ມັນຈະຖືກຄິດໄລ່ເປັນຈຳນວນເງິນ BTC ບ່ອນທີ່ເຄື່ອງຄິດເລກ)
                ***ໃຫ້ໃສ່ຈຳນວນໂດລານ້ອຍກວ່າໃນຍອດທີ່ຖອນໃນ CryptoTab ເພື່ອຄິດໄລ່ເປັນຈຳນວນເງິນ BTC ໃຫ້ໃກ້ຄຽງກັບໃນ CryptoTab ຫຼາຍທີ່ສຸດ
                - ຈາກນັ້ນກົດປຸ່ມ   ເຮັດຕໍ່ໄປ  


        2.2 ຫຼັງຈາກນັ້ນຈະປະກົດໜ້າຈໍຕໍ່ໄປ ໃຫ້ເຈົ້າກັອບປີ້ Link ກະເປົາເງີນ Wallet Address ຈາກ Weltrade ປະເພດ Crypto ມາໃສ່ໃນໜ້າຈໍຖອນເງິນ CryptoTab (ເບິ່ງຮູບຂ້າງລຸ່ມນີ້)


        2.3 ກັບມາທີ່ໜ້າຈໍຖອນເງິນ CryptoTab Browser ໃຫ້ໃສ່ຂໍ້ມູນການຖອນດັ່ງຕໍ່ໄປນີ້ (ເບິ່ງຮູບຂ້າງລຸ່ມນີ້)
                - ຊ່ອງ Bitcoin Adress: ໃຫ້ເຈົ້າວາງ Link ກະເປົາເງີນ Wallet Address ຈາກ Weltrade 
                - ຊ່ອງ Payment Amount: ໃສ່ມູນຄ່າ BTC ທີ່ເຈົ້າຕ້ອງການຖອນ
                *** ຈຳນວນຂັ້ນຕໍ່າໃນການຖອນຄື 0.00001 BTC
                - ຈາກນັ້ນກົດປຸ່ມ Withdraw


        2.4 ຫຼັງຈາກນັ້ນຈະປະກົດໜ້າຈໍຕໍ່ໄປ ໃຫ້ເຂົ້າ​ໄປ​ໃນອີເມລທີ່ສະຫມັກ CryptoTab Browser ເພື່ອຢືນຢັນການຖອນເງິນ


        - ໃນອີເມລ Inbox (ຖ້າບໍ່ພົບ ລອງຊອກຫາໃນ Junk mail ຫຼື Spam) ຈາກນັ້ນກົດປຸ່ມ   CONFIRM WITHDRAWAL   ເພື່ອຢືນຢັນການຖອນເງິນ


        - ກົດປຸ່ມ   OK   ລໍເງີນ BTC ເຂົ້າບັນຊີ Weltrade 


        - ເບິ່ງສະຖານະການຖອນເງິນຢູ່ທີ່ PAYMENT HISTORY ຈາກນັ້ນກົດ DETAILS ເພື່ອເບິ່ງລາຍລະອຽດ
        - ກົງຫົວຂໍ້ STATUS ຕອນທໍາອິດແມ່ນ   CONFIRMED  ຫມາຍຄວາມວ່າ ກຳລັງຖອນ BTC ໂອນເຂົ້າບັນຊີອື່ນ



***ລໍປະມານ 24 - 48 ຊົ່ວໂມງ ຫຼື ໄວກວ່ານັ້ນ BTC ຈາກ CryptoTab Browser ໂອນເຂົ້າບັນຊີ Weltrade 

        - ກັບມາກວດສອບອີກຄັ້ງໃນ CryptoTab ເບິ່ງສະຖານະການຖອນເງິນຢູ່ທີ່ PAYMENT HISTORY ຈາກນັ້ນກົດ DETAILS ເພື່ອເບິ່ງລາຍລະອຽດ
        - ກົງຫົວຂໍ້ STATUS ໃນຕອນນີ້ແມ່ນ   COMPLETE   ຫມາຍຄວາມວ່າ BTC ໂອນເຂົ້າບັນຊີອື່ນ ສໍາເລັດແລ້ວ !!!



- ສາມາດກວດສອບເສັ້ນທາງການເຮັດທຸລະກໍາ Bitcoin ໃນ Blockchain

3. ລອງກວດສອບວ່າເງິນເຂົ້າບັນຊີ Weltrade ແລ້ວຫຼືບໍ່? ໃຫ້ Login ເວັບໄຊທ໌ Weltrade ຈາກນັ້ນເຂົ້າໄປທີ່ເມນູ ເທຣດເດີ  > ​ບັນ​ຊີ  ເບິ່ງບັນຊີ Weltrade ປະເພດ Crypto ຂອງຕົວເອງມີເງິນເຂົ້າ ສໍາເລັດແລ້ວ !!! (ເບິ່ງຮູບຂ້າງລຸ່ມນີ້)


- ສາມາດເບິ່ງສະຖານະການຝາກເງິນ Weltrade ນັ້ນເຂົ້າໄປທີ່ເມນູ  ເງິນສົດ  > ​ປະຫວັດການດໍາເນີນງານ


- ລອງເບິ່ງໃນໂປຣແກມເທຮດ Metatrader



ຈົບແລ້ວເດີ້!!! ສຳລັບວິທີການໂອນ Bitcoin ຈາກ CryptoTab ເຂົ້າບັນຊີ Weltrade ປະເພດ Crypto ເຊິ່ງພາຍຫຼັງເງິນເຂົ້າບັນຊີ Weltrade ແລ້ວ ຕ້ອງການທີ່ຈະໄວ້ເທຮດ ຊື້-ຂາຍ ສ້າງ​ກໍາ​ໄລຕໍ່ໄປ (ບັນຊີ Weltrade ປະເພດ Crypto ຕ້ອງມີຍອດເຫຼືອບັນຊີຂັ້ນຕໍ່າ 50 ໂດລາເຖິງຈະເທຮດໄດ້) ຫຼື ໂອນເຂົ້າບັນຊີທະນາຄານລາວ (BCEL) ຜ່ານ ​Weltrade ກໍ່ໄດ້ (ຖອນຕ່ຳສຸດ 5 USD; ສູງສຸດ 1400 USD) 

*** ໂດຍວິທີຂອງຂ້ອຍຖອນ BTC ຈາກ CryptoTab ໂອນເຂົ້າບັນຊີເທຮດ Weltrade ປະເພດ Crypto ຈາກນັ້ນຖອນຜ່ານທະນາຄານ BCEL ອີກເທື່ອຫນຶ່ງ (ເບິ່ງວີດີໂອຂ້າງລຸ່ມນີ້)


*** ວິທີການໂອນ Bitcoin ຈາກ CryptoTab ໄປທີ່ກະເປົາເງີນ BTC Wallet ຈາກເວັບໄຊທ໌ອື່ນໆຫລືເວບ Crypto ຕ່າງປະເທດສາມາດເຮັດໄດ້ ເຊິ່ງວິທີການເຮັດຄ້າຍຄືກັນໃນບົດຄວາມນີ້ເລີຍ (ເບິ່ງວີດີໂອຂ້າງລຸ່ມນີ້)




| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ