ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ຈະຢູ່ເຮືອນຫຼືຢູ່​ບ່ອນ​ເຮັດ​ວຽກ ກໍ່ສາມາດໃຊ້ຄອມພິວເຕີແລະໂທລະສັບມືຖືຂຸດ Bitcoin ຢ່າງງ່າຍດາຍ ໃຜກໍ່ສາມາດເຮັດໄດ້ກັບ CryptoTab

    ໃນບົດຄວາມນີ້ທີມງານ Forex for Lao ຈະເວົ້າກ່ຽວກັບການຂຸດ Bitcoin (BTC) ເຊິ່ງໃນເວລານີ້ລາຄາ 1 BTC ເປັນມູນຄ່າຫຼາຍ​ກວ່າ $55,000 ສະມາຊິກຫຼາຍຄົນຈາກໜ້າ Facebook ແລະ YouTube ໄດ້ຖາມຫຼາຍຢ່າງວ່າ " ໃນປັດຈຸບັນນີ້ຖ້າຂ້ອຍຍັງຕ້ອງການຂຸດ Bitcoin ມັນຄຸ້ມຄ່າບໍ? " ແລະ " ຖ້າຂ້ອຍບໍ່ມີງົບປະມານ ບໍ່ສາມາດຊື້ເຄື່ອງຂຸດ Asic Mining ຫຼື Mining rack GPU ແຕ່ຕ້ອງການຢາກຂຸດຈະເຮັດແນວໃດ? "

    ຄໍາຕອບສໍາລັບໄລຍະຍາວແມ່ນການຂຸດ Bitcoin ຍັງຄຸ້ມຄ່າ​ຢູ່ ເພາະວ່າໃນເວລານີ້ຍັງບໍ່ໄດ້ຂຸດຄົບເຖິງຈໍານວນ 21 ລ້ານ BTC (ອີງຕາມການຄາດຄະເນຈາກຜູ້ຊ່ຽວຊານ Blockchain ວ່າມັນຈະຂຸດ BTC ຄົບສໍາເລັດໃນປີ 2140 ຫຼືປະມານ 119 ປີໃນອະນາຄົດ) ແລະຖ້າມີງົບປະມານນ້ອຍ ບໍ່ສາມາດທີ່ຈະຊື້ເຄື່ອງຂຸດ BTC ນັ້ນ ຈຶ່ງບໍ່ແມ່ນບັນຫາ ເຊິ່ງພວກເຮົາຈະຕອບໃຫ້ຄາຍຄວາມກັງວົນແລະເປັນແຮງບັນດານໃຈໃຫ້ທຸກຄົນຕ້ອງການຂຸດ Bitcoinໂດຍບໍ່ຕ້ອງມີການລົງທືນເພີ່ມເຕີມ ພຽງແຕ່ມີຄອມພິວເຕີ້ແລະໂທລະສັບມືຖືທີ່ພວກເຮົາໃຊ້ກັບ CryptoTab Browser

CryptoTab ແມ່ນຫຍັງ? ໃຊ້ຫຍັງເພື່ອຂຸດ Bitcoin?


    CryptoTab Browser ແມ່ນໂປແກຼມຂຸດ Bitcoin (BTC) ເຊິ່ງພັດທະນາໂດຍອີງໃສ່ໂປແກຼມທ່ອງເວັບເຊັ່ນ Google Chrome ໂດຍນຳໃຊ້ຊັບພະຍາກອນ CPU ທີ່ຄິດໄລ່ຈາກອຸປະກອນຕ່າງໆມາຂຸດ Bitcoin ແລະສິ່ງທີ່ພິເສດແມ່ນໂທລະສັບມືຖືແລະແທັບເລັດກໍ່ສາມາດໃຊ້ໄດ້ເຊັ່ນກັນທັງ Android ແລະ iOS

    ເຊິ່ງໜ້າຈໍລັກສະນະຂອງການນໍາໃຊ້ຄືກັນກັບ Google Chrome ເລີຍ ສາມາດທ່ອງເວັບໄຊທ໌ຕ່າງໆໄດ້ຕາມປົກກະຕິ ແຕ່ເພີ່ມເຕີມແມ່ນສາມາດຫາລາຍໄດ້ເສີມດ້ວຍ Bitcoin (ເບິ່ງວິດີໂອດ້ານລຸ່ມ)


ວິທີການຂຸດ Bitcoin ໃຜກໍ່ສາມາດເຮັດໄດ້ກັບ CryptoTab

ສຳລັບການຂຸດຄົ້ນ BITCOIN ມີພຽງ 3 ສ່ວນປະກອບງ່າຍໆທີ່ທ່ານສາມາດຂຸດແລະຮັບ BTC ໄດ້ທັນທີ.
  1. ຄອມພິວເຕີສາມາດເປັນທັງ NOTEBOOK ແລະ PC ຫລືໂທລະສັບ, ແທັບເລັດທັງ Android, iOS.
  2. ໂປແກຼມ CryptoTab ໂຫລດຕິດຕັ້ງ ► ກົດບ່ອນນີ້
  3. ກະເປົາເງິນ Bitcoin ຈາກເວັບໄຊທ໌ອື່ນໆຫລືເວບ Crypto ຕ່າງປະເທດກໍ່ໄດ້ ໄວ້ໃຊ້ສຳລັບການຖອນ BTC ຫຼື ຖອນ BTC ໂອນເຂົ້າບັນຊີເທຮດ Weltrade ປະເພດ Crypto ຫຼື ບັນຊີເທຮດ FBS  ໄວ້ເທຮດ ຊື້-ຂາຍ ສ້າງ​ກໍາ​ໄລຕໍ່ໄປ ຫຼື ໂອນເຂົ້າບັນຊີທະນາຄານລາວກໍ່ໄດ້

    - ຖ້າທ່ານບໍ່ມີບັນຊີເທຮດ Weltrade ກົດບ່ອນນີ
    - ຖ້າທ່ານບໍ່ມີບັນຊີເທຮດ FBS ► ກົດບ່ອນນີ້
   ຫຼັກການເຮັດວຽກຂອງ CryptoTab  ແມ່ນງ່າຍຫຼາຍບໍ່ມີຫຍັງເລີຍ ພຽງແຕ່ຕິດຕັ້ງ CryptoTab ໃນຄອມພິວເຕີ້ຫຼືໂທລະສັບມືຖືຂອງເຮົາ ຫລັງຈາກນັ້ນເປີດໂປແກຼມ CryptoTab ປ່ອຍໃຫ້ມັນຂຸດ BTC ຫຼືເປີດໄວ້ໃນເວລາທີ່ເຮົາ​ນໍາ​ໃຊ້ກໍ່ໄດ້ເຊັ່ນກັນ  ເຊັ່ນໃນເວລາພິມວຽກ/ເຮັດວຽກ, ທ່ອງອິນເຕີເນັດ, ເບິ່ງຫນັງ, ຟັງເພັງໃນ Youtube ຫຼືຫຼີ້ນເກມ (ໃຫ້ໃຊ້ແທນ Google Chrome, Safari, Firefox, Opera, Baidu, IE ແລະ Microsoft Edge ໄດ້ເລີຍ) ໃຫ້ CryptoTab ເຮັດວຽກນີ້ ແລ້ວເຮົາໄດ້ຮັບ Bitcoin ຟຮີໄດ້ງ່າຍໆເລີຍ





| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ