ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ຕົວຢ່າງການບໍລິຫານເງິນທຶນໃນພອດ (Money Management) ແບບງ່າຍໆ

    ໃນບົດຄວາມນີ້ທີມງານ Forex for Lao ຈະເວົ້າກ່ຽວກັບວິທີການໃຫ້ຢູ່ລອດຢູ່ຍາວໃນຕະຫຼາດ FOREX (ແທ້ຈິງແລ້ວສາມາດໃຊ້ໄດ້ກັບທຸກຕະຫຼາດຫຼືການລົງທຶນທຸກປະເພດ) ມັນກໍ່ຄື Money Managementເປັນການວາງແຜນການເງິນເພື່ອໃຊ້ໃນການລົງທຶນຢ່າງເຫມາະສົມໂດຍບໍ່ຕ້ອງຊື້ - ຂາຍເກີນກໍາລັງ (Over Trade) ທີ່ເງິນທຶນ Balance ຢູ່ໃນພອດຂອງເຮົາຈະຮັບໄດ້ ເພື່ອປ້ອງກັນການການສູນເສຍລ້າງພອດນັ້ນເອງ ຖ້າຫາກເຮົາມອງວ່າເປັນນັກລົງທຶນແລ້ວມັນກໍ່ຄຸ້ມຄ່າ Money Management ມັນ​ແມ່ນການຈັດການລາຍຮັບລາຍຈ່າຍໃນແຕ່ລະເດືອນຂອງເຮົາເອງ ເຊິ່ງເລື່ອງນີ້ຢາກໃຫ້ເພື່ອນທຸກຄົນຈຳ ໄວ້ໃຫ້ເປັນເລື່ອງພື້ນຖານຢ່າງຍິ່ງ ເພາະມັນສຳຄັນຫຼາຍທັງໃນຊີວິດຈິງແລະໃນການລົງທຶນທຸກຊະນິດ

ມຸມມອງ Money Management ໃນຊີວິດຈິງ

    ຍົກຕົວຢ່າງ Money Management ໃນຊີວິດຈິງແບບງ່າຍໆເຊັ່ນ ຖ້າຕົວເອງມີລາຍໄດ້ເດືອນລະ 5,000,000 ກົບໂດຍຕ້ອງຮູ້ຕົວເອງວ່າຈະໃຊ້ຈ່າຍເງິນ 5,000,000 ກົບໃນແຕ່ລະເດືອນແນວໃດໃຫ້ພຽງ​ພໍແລະມີເງິນເຫຼືອ?
  • ເລີ່ມຕົ້ນແຜນການວາງໄວ້ວ່າຈະແບ່ງເງິນເກັບໄວ້ເດືອນລະ 2,000,000 ກົບກໍ່ຈະມີໃຊ້ຈ່າຍພຽງ 3,000,000 ກົບ
  • ຖ້າສົມມະຕິບໍ່ມີພັນທະການຮັບຜິດຊອບອັນໃດກໍ່ສາມາດເອົາເງິນ 3,000,000 ກົບມາຫານ  30 ມື້
  • ເທົ່າກັບວ່າຈະສາມາດໃຊ້ຈ່າຍມື້ລະ 100,000 ກົບເພາະ 100,000 ກົບ x 30 ມື້ = 3,000,000 ກົບ
   ດັ່ງນັ້ນເບື້ອງຕົ້ນຖ້າໃຊ້ຈ່າຍບໍ່ເກີນມື້ລະ 100,000 ກົບຫຼືສະເລ່ຍບໍ່ເກີນເດືອນລະ 3,000,000 ກົບກໍ່ຈະຫຼຸດບັນຫາເລື່ອງເງິນບໍ່ພໍໃຊ້ຈ່າຍລະຫວ່າງເດືອນຢ່າງແນ່ນອນ ເຊິ່ງແທ້ຈິງແລ້ວມັນບໍ່ແມ່ນເລື່ອງງ່າຍແຕ່ມັນບໍ່ມີຄວາມຫຍຸ້ງຍາກເຊັ່ນດຽວກັນ ຂຶ້ນ​ກັບລະບຽບວິໄນຂອງແຕ່ລະບຸກຄົນ

   ໃນທາງກົງກັນຂ້າມ ຖ້າເຈົ້າບໍ່ຈັດການບໍລິຫານເງິນຂອງເຈົ້າລ່ວງໜ້າ ດ້ວຍລາຍຮັບ 5,000,000 ກົບ ເຈົ້າອາດລືມຄິດວ່າເຈົ້າສາມາດໃຊ້ຈ່າຍເງິນຫຼາຍ ໂດຍໃຊ້ຈ່າຍເກີນ 100,000 ກົບຕໍ່ມື້ ເຜີໆແຄ່ 15 ມື້ເງິນ  5,000,000 ກົບກໍ່ອາດຈະຫມົດໄປກ່ອນຈະຄົບເດືອນ ພໍເຄິ່ງເດືອນຫຼັງຈາກນັ້ນກໍ່ເລີ່ມມີບັນຫາເງິນບໍ່ພໍ ຕ້ອງໄປກູ້ຢືມເງິນແລະເສຍດອກເບ້ຍເພີ່ມຍັງອາດສົ່ງຜົນກະທົບຕໍ່ຄົນຮອບຂ້າງອີກດ້ວຍ

ການໃຊ້ Money Management ບໍລິຫານເງິນທຶນໃນພອດ FOREX


    ໃນການລົງທຶນກໍ່ຄືກັນ ເຊັ່ນຕະຫຼາດ FOREX ພວກເຮົາຕ້ອງຮູ້ກ່ອນວ່າຄວນຈະມີຍອດເງິນໃນ Balance ຈຳນວນເທົ່າໃດໃນການເປີດອໍເດີເພື່ອຊື້-ຂາຍຄູ່ສະກຸນເງິນຕ່າງໆ ໂດຍພາຍຫຼັງເປີດອໍເດີອອກໄປແລ້ວ ເຮົາກໍ່ມີເງິນ Balance ເຫຼືອພໍທີ່ຈະເກັບໄວ້ສະໜັບສະໜູນຮັບມືກັບຄວາມຜັນຜວນຂອງລາຄາ ເພື່ອໄວ້ເປີດອໍເດີແກ້ Trend ເມື່ອລາຄາແລ່ນຜິດທາງ ຫຼື Cutloss ຕັດຂາດທຶນແລ້ວເປີດອໍເດີເພື່ອເຮັດກໍາໄລໃຫມ່ ຂຶ້ນຢູ່ກັບເຕັກນິກການເທຣດຂອງແຕ່ລະຄົນ

ຕົວຢ່າງ: ແນວທາງການຄຳນວນເງິນລົງທຶນແລະຂະໜາດອໍເດີເບື້ອງຕົ້ນແບບງ່າຍໆໄດ້ດັ່ງຕໍ່ໄປນີ້
  • ຖ້າເງິນທຶນ Balnce ປະມານ $100 / ຖ້າຝາກໄວ້ໃນບັນຊີປະເພດ Cent ກໍຈະເປັນ 10,000 Cent
  • ສາມາດເປີດອໍເດີດ້ວຍ Lot 0.01 ໄດ້ບໍ່ເກີນ 200 ອໍເດີ
  • ສາມາດເປີດອໍເດີດ້ວຍ Lot 0.05 ໄດ້ບໍ່ເກີນ 40 ອໍເດີ
  • ສາມາດເປີດອໍເດີດ້ວຍ Lot 0.10 ໄດ້ບໍ່ເກີນ 20 ອໍເດີ
ພໍໄດ້ກຳໄລເຖິງຈຸດໜຶ່ງ ເມື່ອຍອດເງິນຫຼາຍຂຶ້ນຖ້າຕ້ອງການກໍາໄລທີ່ຫຼາຍຂຶ້ນກໍ່ຕ້ອງເພີ່ມຂະໜາດອໍເດີດັ່ງຕໍ່ໄປນີ້
  • ຖ້າເງິນທຶນ Balnce ປະມານ $1000 / ຖ້າຝາກໄວ້ໃນບັນຊີປະເພດ Cent ກໍຈະເປັນ 100,000 Cent
  • ສາມາດເປີດອໍເດີດ້ວຍ Lot 0.10 ໄດ້ບໍ່ເກີນ 200 ອໍເດີ
  • ສາມາດເປີດອໍເດີດ້ວຍ Lot 0.50 ໄດ້ບໍ່ເກີນ 40 ອໍເດີ
  • ສາມາດເປີດອໍເດີດ້ວຍ Lot 1.00 ໄດ້ບໍ່ເກີນ 20 ອໍເດີ
   ໃນທາງກົງກັນຂ້າມ ຖ້າເຮົາບໍ່ໄດ້ບໍລິຫານເງິນທຶນ Balance ໄວ້ລ່ວງໜ້າເລີຍ ສົມມະຕິມີການລົງທຶນໃນພອດ $100 ຢາກລວຍໄວຫຼືເຜີເປີດອໍເດີ  Lot 1.0 ເຊິ່ງເກີນກໍາລັງຂອງເງິນທຶນຫຼື Over Trade ເມື່ອລາຄາແລ່ນຜິດທາງທີ່ເຮົາຄາດໄວ້ ກໍຈະຂາດທຶນຈົນເງິນຫມົດບັນຊີຫຼືລ້າງພອດນັ້ນເອງ

   ສະນັ້ນຈຶ່ງຕ້ອງມີການວາງແຜນເງິນທຶນແລະສັດສ່ວນຂະໜາດການຊື້-ຂາຍຢ່າງເຫມາະສົມຈຶ່ງຈະເຮັດໃຫ້ພວກເຮົາສາມາດຢູ່ລອດໃນຕະຫຼາດ FOREX ໄດ້ຢ່າງມີກຳໄລແລະປອດໄພແນ່ນອນ ແລ້ວພົບກັນໃນບົດຄວາມຕໍ່ໄປ


_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰

Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot 
 
💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 
 
🔔 ສາມາດຕິດຕໍ່ທີມງານ Weltrade ສະໜັບສະໜຸນໄດ້ເພີ່ມເຕີມ
ຜ່ານຊ່ອງທ່າງເຫຼົ່ານີ້:
📞 Tel. 030-5086611 ( 09.00 - 21.00 ນ. ຈັນ - ສຸກ )
Line id: @weltradelaos  
Email:  weltrade.lao@gmail.com
 

| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ