ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ແນວທາງຊະນະຄວາມຢ້ານເມື່ອຕ້ອງເຂົ້າເທຣດ ຊື້ - ຂາຍ ຈາກຜູ້ເລີ່ມຈົນເຖິງມືອາຊີບ

   ຄວາມ​ຢ້ານ​ໃນ​ການ​ຊື້​ຂາຍ​ຈະ​ມີ​ຜົນ​ຕໍ່​ເທຣດ​ເດີທຸກ​ຄົນ​ໃນ​ບໍ່ຊ້າ​ກໍ​ໄວ ແຕ່​ໃນ​ຖານະ​ທີ່​ເປັນ​ມະນຸດ​ນັ້ນ​ມັນ​ເປັນ​ເລື່ອງ​ປົກກະຕິ​ຢູ່​ແລ້ວ​ທີ່​ຈະ​ມີ​ຄວາມ​ຢ້ານ​ໃນ​ການ​ຊື້​ຂາຍ ບໍ່​ວ່າ​ມັນ​ຈະ​ທຳລາຍ​ຫລື​ຜັກ​ດັນ​ເຈົ້າ​ຂຶ້ນ​ໄປ​ສູ່​ຈຸດ​ສູງ​ສຸດ​ມັນ​ກໍ​ຂຶ້ນ​ຢູ່​ກັບ​ເຈົ້າ​ທັງ​ສິ້ນ ຖ້າ​ເມື່ອໃດ​ທີ່​ເຈົ້າ​ຕ້ອງ​ຜະເຊີນ​ໜ້າ​ກັບ​ມັນ ຄວາມ​ຢ້ານ​ບໍ່​ແມ່ນ​ອາລົມ​ຄວາມ​ຮູ້ສຶກ​ທີ່​ບໍ່ດີປານໃດ​ໃນ​ທຸກ​ຂະນະ​ຂອງ​ຊີວິດ ຊຶ່ງເຄັດລັບ​ຫຼັກ​ຄື​ການ​ມີກະແຈທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ມັນ ໃນ​ການ​ຊື້​ຂາຍ​ເຮົາ​ໄດ້​ພິສູດ​ວ່າ​ເທຣດ​ເດີສ່ວນ​ໃຫຍ່​ຢ້ານ​ການ​ສູນ​ເສຍ​ເງີນ ດັ່ງ​ນັ້ນ​ການ​ຖືຮັກສາ​ທຶນ​ຈຶ່ງ​ເປັນ​ສິ່ງ​ທີ່​ສຳຄັນ​ນັ້ນ​ຄື​ສິ່ງ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ໂດຍ​ອາໄສ​ແນວ​ຄິດ ມີ​ຜູ້​ຄົນ​ຫລວງ​ຫລາຍ​ຂຽນ​ເຖິງ​ການ​ເອົາ​ຊະນະ​ຄວາມ​ຢ້ານ​ການ​ສູນ​ເສຍ​ຢູ່​ຫລວງ​ຫລາຍ ແຕ່​ຄົນ​ສ່ວນ​ໃຫຍ່​ກໍ​ເປັນ​ກັງ​ວົນ​ຫລາຍ​ເກີນ​ໄປ​ທີ່​ຈະ​ຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ​ມັນ​ເປັນ​ສ່ວນຫນຶ່ງ​ຂອງ​ເກມ ເພື່ອ​ທີ່​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ຂອງ​ເຈົ້າ ເຈົ້າ​ກໍ​ຕ້ອງ​ຊື່ສັດ​ກັບ​ຕົວ​ເອງ​ຢ່າງ​ຈິງ​ຈັງ ເຣີ່ມ​ຕົ້ນ​ດ້ວຍ​ການ​ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ທີ່​ຖືກ​ຕ້ອງ ເຮັດ​ຕາມ​ບັນ​ທຶກ​ການ​ຊື້​ຂາຍ​ຂອງ​ເຮົາ​ແລະ​ວິ​ເຄາະ​ວ່າ​ເປັນຫຍັງ​ຄວາມ​ຢ້ານ​ຈຶ່ງ​ປາກົດ​ຂຶ້ນ​ແລະ​ກຳຈັດ​ຄວາມ​ຢ້ານ​ນີ້​ອອກ


✅ 1. ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ຢ້ານ

ຖ້າ​ເຈົ້າ​ຢ້ານ​ການ​ເປີດ Order ຄຸ​ຄວນ​ທີ່​ຈະ​ລອງ​ເປີດ Order ດ້ວຍ​ຕົວ​ເອງ​ໄປ​ເລີຍ 2-3 ເທື່ອ ທັງ​ໆ​ທີ່​ເຈົ້າ​ຢ້ານ ແຕ່​ເຈົ້າ​ບໍ່​ຄວນ​ທີ່​ຈະ​ເປີດ​ຄຳ​ສັ່ງ​ຊື້​ຈຳນວນ​ຫລາຍ​ພ້ອມ​ກັນ ຫລື​ເຈົ້າ​ຢ້ານ​ວ່າ​ເທຣດ​ໄປ​ແລ້ວ​ຈະ​ຂາດ​ທຶນ ເຈົ້າ​ຄວນ​ທີ່​ຈະ​ລອງ​ເທຣດ​ດ້ວຍ​ຕົວ​ເອງ​ເຖິງ​ແມ່ນ​ຈະ​ຂາດ​ທຶນ ແຕ່​ມັນ​ຈະ​ເຮັດໃຫ້​ເຈົ້າ​ຢຸດ​ຢ້ານ​ການ​ຂາດ​ທຶນ​ອີກ​ຕໍ່ໄປ ແຕ່​ບໍ່​ແມ່ນ​ເຈົ້າ​ຈະ​ເປີດ​ຫລື​ເທຣດ​ຈົນ​ເກີນ​ຕົວ ເຈົ້າ​ຄວນ​ທີ່​ຈະ​ລອງ​ໃນ​ຂອບ​ເຂດ​ທີ່​ເຈົ້າ​ສາມາດ​ຈ່າຍ​ໄດ້

✅ 2. ກຳນົດ​ແຜນ​ການ​ຊື້​ຂາຍ​ແລະ​ປະຕິບັດ​ຕາມ

ຕົວ​ຢ່າງ​ເຊັ່ນ ຝຶກ​ການ​ຊື້​ຂາຍ​ໜຶ່ງ​ໃນ ຕົວ​ບົ່ງ​ຊີ້​ດັ້ງ​ເດີມ​ຂອງ Forex ຂັ້ນ​ຕອນ​ທີ່​ຈຳ​ເປັນ​ຕໍ່ໄປ​ຄື​ການ​ກຳນົດ​ແຜນ​ການ​ຊື້​ຂາຍ​ທີ່​ເໝາະ​ສຳລັບ​ເຈົ້າ ບາງ​ສິ່ງ​ທີ່​ເໝາະ​ກັບ​ເຈົ້າ ກຳຈັດ​ຄວາມ​ບໍ່​ແນ່ນອນ​ໃນ​ວິທີ​ການ​ຂອງ​ເຈົ້າ​ທັງ​ໝົດ​ແລະ​ເຈົ້າ​ຈະ​ໝັ່ນໃຈ​ໃນ​ການ​ຊື້​ຂາຍ​ຫລາຍ​ຂຶ້ນ ກົດ​ການ​ເຂົ້າ​ຂອງ​ເຈົ້າ​ມີ​ຄວາມ​ຊັດເຈນ​ເຖິງ​ຈຸດ​ທີ່​ເຈົ້າ​ສາມາດ​ຕອບ​ໄດ້​ໂດຍ​ງ່າຍ​ພຽງ​ແຕ່ “ແມ່ນ ສາມາດ​ຊື້​ຂາຍ​ໄດ້” ຫລື “ບໍ່ ຂ້ອຍ​ຂໍ​ຜ່ານ”? ກົດ​ການ​ອອກ​ຂອງ​ເຈົ້າ​ມີ​ຄວາມ​ຊັດເຈນ​ສຳລັບ​ເຈົ້າ​ຫລື​ບໍ່? ແລ້ວ​ການ​ຈັດການ​ການ​ຊື້​ຂາຍ​ແລະ​ກົດ​ການ​ຈັດການ​ເງີນ​ລ່ະ​ເປັນ​ຢ່າງໃດ? ໃນ​ວັນທີ​ເຈົ້າ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໄດ້​ເຈົ້າ​ຈະ​ເຫັນ​ວ່າ​ບໍ່​ມີ​ຫຍັງ​ທີ່​ຈະ​ຕ້ອງ​ເປັນ​ກັງ​ວົນ

✅ 3. ຮັບ​ແລະ​ວິ​ເຄາະ​ວານ​ສານ​ການ​ຊື້​ຂາຍ​ຂອງ​ເຈົ້າ

ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ເກັບ​ບັນ​ທຶກ​ທຶນ​ກຳ​ຂອງ​ເຈົ້າ​ໄວ້​ໃນ​ວານ​ສານ​ການ​ຊື້​ຂາຍ ວັດ​ຖຸ​ປະສົງ​ຂອງ​ວານ​ສານ​ການ​ຊື້​ຂາຍ​ຄື​ການສ້າງ​ຄວາມ​ເຊື່ອ​ມັ່ນ​ໃນ​ລະບົບ​ການ​ຊື້​ຂາຍ​ຂອງ​ເຈົ້າ ເມື່ອ​ເຈົ້າ​ຊື້​ຂາຍ​ດ້ວຍ​ຄວາມຫມັ້ນ​ໃຈ​ເຈົ້າ​ຈະ​ສາມາດ​ຊື້​ຂາຍ​ໄດ້​ຢ່າງ​ຖືກ​ຕ້ອງ ເຈົ້າ​ສາມາດ​ທີ່​ຈະ​ແບ່ງ​ແຢກ​ໄດ້​ວ່າ​ສິ່ງ​ໃດ​ທີ່​ໄດ້​ຜົນ​ແລະ​ສິ່ງ​ໃດ​ທີ່​ບໍ່​ໄດ້​ຜົນ​ໂດຍ​ການ​ບັນ​ທຶກ​ລາຍ​ລະອຽດ​ກ່ຽວກັບ​ການຕັ້ງ​ຄ່າ​ການ​ຊື້​ຂາຍ​ຂອງ​ເຈົ້າ ອາລົມ​ຂອງ​ເຈົ້າ​ຂະນະ​ທີ່​ເຈົ້າ​ເຂົ້າ ຈັດການ ແລະ​ອອກຈາກ​ການ​ຊື້​ຂາຍ ກິດຈະກຳ​ຕະຫລາດ​ທີ່​ເສີມ​ເຂົ້າ​ມາ ແລະ​ຜົນ​ກຳໄລ / ຂາດ​ທຶນ ເຈົ້າ​ສາມາດ​ທຳລາຍ​ສິ່ງ​ທີ່​ເຮັດ​ແລະ​ທີ່​ບໍ່​ໄດ້​ເຮັດ​ຢູ່​ໄດ້

✅ 4. ຢຸດ​ເພີ້​ຝັນ​ແລະ​ຢູ່​ກັບ​ປະຈຸບັນ

 ບາງເທື່ອ​ຄວາມ​ຢ້ານ​ອາດ​ເຮັດໃຫ້​ເຈົ້າ​ເພີ້​ຝັນ​ຫລື​ຈິນຕະນາການ ບໍ່​ວ່າ​ເຈົ້າ​ຈະ​ຄິດ​ຫຍັງ​ຢູ່​ກໍ​ຕາມ ເຈົ້າ​ຄວນ​ທີ່​ຈະ​ຢຸດ​ເພີ້​ຝັນ​ແລ້ວ​ຢູ່​ກັບ​ປະຈຸບັນ​ຂອງ​ເຈົ້າ ເພາະ​ຄວາມ​ສຸກ​ຂອງ​ຄົນ​ເຮົາ​ຢູ່​ທີ່​ປະຈຸບັນ ຢ່າ​ໄປ​ເພີ້​ຝັນ​ເຖິງ​ເລື່ອງ​ອະນາຄົດ​ຫລື​ອ​ດີດ​ກໍ​ຕາມ

✅ 5. ເຂົ້າໃຈ​ທຳມະຊາດ​ຂອງ​ຕະຫລາດ ເຂົ້າໃຈ​ທຳມະຊາດ​ຂອງ​ການ​ເທຣດ

ຊຶ່ງ​ທຳມະຊາດ​ຂອງ​ຕະຫລາດ​ກໍ​ຄື ເຈົ້າ​ບໍ່​ສາມາດ​ຄວບ​ຄຸມ​ມັນ​ໄດ້​ນັ້ນ​ເອງ ເທຣດ​ເດີຈຳນວນ​ຫລາຍ​ອາດ​ເຄີຍ​ເຂົ້າໃຈ​ຜິດ​ທີ່​ຄິດວ່າ​ທ່ານ​ສາມາດ​ຄວບ​ຄຸມ​ຕະຫລາດ​ໄດ້ ເລີຍ​ເຮັດໃຫ້​ທ່ານ​ຮູ້ສຶກ​ຄຽດ ກັງ​ວົນ ຈົນ​ນອນ​ບໍ່​ຫຼັບ ຢ້ານ​ວ່າຕະຫລາດຈະ​ບໍ່​ເປັນ​ໄປ​ຕາມ​ສິ່ງ​ທີ່​ທ່ານ​ຄິດ​ໄວ້ ສ່ວນ​ທຳມະຊາດ​ຂອງ​ການ​ເທຣດ​ກໍ​ຄື ເຈົ້າ​ບໍ່​ມີ​ທາງ​ເທຣດ​ໄດ້​ຖືກ​ທຸກ​ເທື່ອ​ສະເໝີ​ໄປ ຖ້າ​ເຈົ້າ​ເຂົ້າໃຈ​ທຳມະຊາດ​ຂໍ້​ນີ້ ເຈົ້າ​ກໍ​ຈະ​ເລີກ​ສົນ​ໃຈ​ກັບ​ຜົນລັບການ​ເທຣດ​ໃນ​ແຕ່​ລະ​ເທື່ອ​ແລ້ວ​ຫັນ​ກັບ​ມາ​ສົນ​ໃຈ​ກັບ​ຜົນລັບການ​ເທຣດ​ໂດຍ​ທັງຫມົດ​ແທນ

_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰


Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot


💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 

ເປີດບັນຊີເທຣດແບບໂບຣກເກີ FBS ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► laofbs.com

_______________________________________________

📉 ສໍາລັບຕະຫຼາດ Binary Options

***Update ເໝາະສຳລັບຄົນທີ່ມີບັດ BCEL VISA/MasterCard, ບັນຊີທະນາຄານກະສິກອນໄທ, ທະນາຄານໄທພານິດ, Skrill ເປີດຢູ່ໃນປະເທດໄທ, PerfectMoney, ADVCash ແລະ WebMoney

ເວັບໄຊທ໌ IQ Option ພາສາໄທ ຄລິກທີ່ນີ້ ► iqoption.com


🎓 ເບິ່ງວິດີໂອສອນ IQ Option ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 


| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້