ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

[ເກັດຄວາມຮູ້ເສດຖະກິດໂລກ] GDP ແມ່ນຫຍັງ?



GDP ຫຍໍ້ມາກຈາກ Gross Domestic Product ແປວ່າ ຜະລິດຕະພັນລວມພາຍໃນ

GDP ແມ່ນມູນຄ່າຜະລິດຕະພັນ ແລະ ການບໍລິການຂັ້ນສຸດທ້າຍທີ່ຜະລິດພາຍໃນປະເທດໃນຊ່ວງເວລາຫນຶ່ງໆ

ການຄິດໄລ່ GDP ແມ່ນເພື່ອເຮັດໃຫ້ເຮົາຮູ້ເຖິງ ມູນຄ່າການຊື້ຂາຍໃນເສດຖະກິດທີ່ເກີດຂຶ້ນພາຍໃນປະເທດໃນຊ່ວງເວລາຫນຶ່ງໆ

ຖ້າເຮົາຢາກຮູ້ວ່າ ເສດຖະກິດຂອງປະເທດເຮົາ ດີຫລືບໍ່ດີ ແມ່ນເບິ່ງ GDP ນີ້ແຫລະ

ການຄິດໄລ່ຫາ GDP ມີ 3 ວິທີ

1) ການຄິດໄລ່ຈາກ ຜະລິດຕະພັນ – Product / output approach

2) ການຄິດໄລ່ຈາກ ລາຍຮັບ – Income approach

3) ການຄິດໄລ່ຈາກ ລາຍຈ່າຍ – Expenditure approach

ໃນທາງທິດສະດີແລ້ວ ທັງ 3 ວິທີແມ່ນໃຫ້ຜົນໄດ້ຮັບຄືກັນ

ການຄິດໄລ່ຈາກ ຜະລິດຕະພັນ ແມ່ນ ການລວມເອົາຜະລິດຕະພັນທັງຫມົດທີ່ຜະລິດຈາກບັນດາຫົວຫນ່ວຍທຸລະກິດ

ການຄິດໄລ່ຈາກ ລາຍຈ່າຍ ແມ່ນການຄິດໄລ່ GDP ທາງອ້ອມ ເຊິ່ງຕັ້ງຢູ່ໃນຫລັກການທີ່ວ່າ ຜະລິດຕະພັນທີ່ຜະລິດອອກມານັ້ນ ຕ້ອງມີຄົນຊື້

ສະນັ້ນ ມູນຄ່າລວມຂອງຜະລິດຕະພັນທັງຫມົດ ຈະຕ້ອງເທົ່າກັນກັບ ລາຍຈ່າຍລວມຂອງຄົນທີ່ຊື້

ການຄິດໄລ່ຈາກ ລາຍຮັບ ແມ່ນຕັ້ງຢູ່ໃນຫລັກການທີ່ວ່າລາຍຮັບຂອງຜູ້ຜະລິດ ຈະຕ້ອງເທົ່າກັນກັບມູນຄ່າຂອງຜະລິດຕະພັນຂອງເຂົາເຈົ້າ, ເຊິ່ງເຮົາສາມາດຄິດໄລ່ GDP ຈາກການ ລວມເອົາລາຍຮັບຂອງຜູ້ຜະລິດທັງຫມົດເຂົ້າກັນ

ຕົວຢ່າງ ສູດຄິດໄລ່ GDP ດ້ວຍວິທີການຄິດໄລ່ຈາກ ລາຍຈ່າຍ

GDP = private consumption + gross investment + government spending + (export – import)

GDP = ລາຍຈ່າຍຂອງພາກເອກະຊົນ + ການລົງທຶນ + ລາຍຈ່າຍຂອງພາກລັດ + (ມູນຄ່າການສົ່ງອອກ – ມູນຄ່າການນຳເຂົ້າ)

ໂຕຫຍໍ້
GDP = C + I + G + (X – M)

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ