ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

Forex, Crypto ວິທີຫາກຳໄລສັ້ນໆ ໃຫ້ງ່າຍຂື້ນດ້ວຍເຕັກນິກ Rainbow Signal ໃຊ້ໄດ້ທັງໂທລະສັບ Android, iOS ແລະ ຄອມ​ພິວ​ເຕີ PC


   ໃນບົດຂຽນນີ້ ທີມງານ Forex for Lao ໄດ້ເຜີຍແຜ່ກ່ຽວກັບເຕັກນິກ Rainbow Signal ໂດຍ​ການ​ນໍາ​ໃຊ້ເຄື່ອງມື Indicator ພຽງ​ເລັກ​ນ້ອຍໃຫ້ເພື່ອຮູ້ອ່ານທິດ​ທາງກາຟລາຄາງ່າຍຂຶ້ນ ແລະບອກສັນຍານຄວາມຖືກຕ້ອງໂດຍປະມານ 70-85% (ໃຫ້ລອງຝຶກຈາກບັນຊີເງິນ DEMO ກັນກ່ອນໃຫ້ຊ່ຽວຊານແລ້ວຄ່ອຍເຮັດດ້ວຍເງິນຈິງ) ໃຫ້ທຸກຄົນໄດ້ລອງສຶກສານຳເດີ້

ວິທີຕັ້ງ​ຄ່າ Rainbow Signal ໃນໂທລະສັບ Android, iOS

1. ເປີດແອັບພລິເຄຊັນ Metatrader ໃນໂທລະສັບ Android, iOS ຈາກນັ້ນເຂົ້າສູ່ລະບົບດ້ວຍບັນຊີ Weltrade 

- FOREX ສາມາດໃຊ້ໄດ້ໃນທຸກຄູ່ສະກຸນເງິນ, Crypto ສາມາດໃຊ້ໄດ້ໃນທຸກສະກຸນເງິນຄຣິບໂຕ

- ຂອບ​ເວ​ລາກາຟລາຄາ (Timeframe) : ຕັ້ງທີ່ 1 ນາທີ (M1)


​2. ໄປທີ່ເມນູ ƒ ຢູ່ດ້ານເທິງຂອງໜ້າຈໍ ເພື່ອໃສ່ເຄື່ອງມືຊ່ວຍເຫຼືອ (Indicator) 


 3. ທີ່ໜ້າຈໍເຄື່ອງມືຊ່ວຍເຫຼືອ (Indicator) ແລ້ວເລືອກ Moving Average


 4. ຕັ້ງຄ່າເສັ້ນ Moving Average ສີຕ່າງໆຈຳນວນ 3 ເສັ້ນຕາມຕົວຢ່າງຮູບດັ່ງນີ້

- ເສັ້ນ EMA 6 ເປັນ ສີຟ້າ


 
- ເສັ້ນ EMA 14 ເປັນ ສີມ່ວງ

 - ເສັ້ນ EMA 26 ເປັນ ສີເຫຼືອງ
 
Rainbow Signal ປະກົດຂຶ້ນຢູ່ໃນໜ້າຈໍແລ້ວ !!!

 
ຫມຸນໂທລະສັບເປັນແນວນອນໜ້າຈໍກາຟຈະເບິ່ງສະດວກຫຼາຍຂຶ້ນ

ວິທີຕັ້ງ​ຄ່າ Rainbow Signal ໃນຄອມ​ພິວ​ເຕີ PC

1. ເປີດໂປຣແກຣມ Metatrader ໃນຄອມ​ພິວ​ເຕີຈາກນັ້ນເຂົ້າສູ່ລະບົບດ້ວຍບັນຊີ Weltrade 

- FOREX ສາມາດໃຊ້ໄດ້ໃນທຸກຄູ່ສະກຸນເງິນ, Crypto ສາມາດໃຊ້ໄດ້ໃນທຸກສະກຸນເງິນຄຣິບໂຕ

- ຂອບ​ເວ​ລາກາຟລາຄາ (Timeframe) : ຕັ້ງທີ່ 1 ນາທີ (M1)


 
2. ທີ່ໜ້າຈໍເບື້ອງ​ຊ້າຍ ເຄື່ອງມືຊ່ວຍເຫຼືອ (Indicator) > Trend ແລ້ວເລືອກ Moving Average


3. ຕັ້ງຄ່າເສັ້ນ Moving Average ສີຕ່າງໆຈຳນວນ 3 ເສັ້ນຕາມຕົວຢ່າງຮູບດັ່ງນີ້

- ເສັ້ນ EMA 6 ເປັນ ສີຟ້າ


 
- ເສັ້ນ EMA 14 ເປັນ ສີມ່ວງ


- ເສັ້ນ EMA 26 ເປັນ ສີເຫຼືອງ

 Rainbow Signal ປະກົດຂຶ້ນຢູ່ໃນໜ້າຈໍແລ້ວ !!!


ວິທີການເບິ່ງສັນຍານ Rainbow Signal ໃນການເປີດຊື້ / ຂາຍ

- ຈະ​ເປີດ​ຊື້ Buy ​​ໃນ​ເວ​ລາ​ທີ່​

1. ຕ້ອງມີເສັ້ນສີຟ້າ EMA 6 ສີຟ້າ ຢູ່ດ້ານເທິງ ແລະເສັ້ນ EMA 26 ສີເຫຼືອງ ຢູ່ດ້ານລຸ່ມ, ມີ EMA 14 ສີມ່ວງ ຢູ່ເຄິ່ງກາງ.

2. ໃຫ້ເປີດຊື້ 
Buy ເມື່ອລາຄາແຕະເສັ້ນ 14 EMA ສີມ່ວງ (ເບິ່ງຮູບຂ້າງລຸ່ມນີ້). 


- ຈະ​ເປີດຂາຍ​ SELL ​​ໃນ​ເວ​ລາ​ທີ່​ 

1. ຕ້ອງມີເສັ້ນ EMA 26 ສີເຫຼືອງ ຢູ່ດ້ານເທິງ  ແລະ ເສັ້ນສີຟ້າ EMA 6 ສີຟ້າ ຢູ່ດ້ານລຸ່ມ, ມີ EMA 14 ສີມ່ວງ ຢູ່ເຄິ່ງກາງ.

2. ໃຫ້ເປີດ
ຂາຍ​ SELL ເມື່ອລາຄາແຕະເສັ້ນ 14 EMA ສີມ່ວງ (ເບິ່ງຮູບຂ້າງລຸ່ມນີ້).  


   ດ້ວຍເຕັກນິກ Rainbow Signal ຈະຊ່ວຍໃຫ້ເທຣດງ່າຍຂຶ້ນໃນ MetaTrader (MT4/MT5) ເທິງໂທລະສັບມືຖື, ແທັບເລັດ ແລະຄອມ​ພິວ​ເຕີ PC ສະດວກຍິ່ງຂຶ້ນທຸກທີ່ທຸກເວລາ ແນວໃດກໍ່ຕາມຈະຕ້ອງມີຍຸດທະສາດແນວຄວາມຄິດ Money Management ດ້ວຍເພື່ອການວາງແຜນເງິນທຶນແລະສັດສ່ວນ Lotຂະໜາດການ ຊື້-ຂາຍ ຢ່າງເຫມາະສົມຈຶ່ງຈະເຮັດໃຫ້ພວກເຮົາສາມາດຢູ່ລອດໃນຕະຫຼາດ FOREX , Cryptoໄດ້ຢ່າງມີກຳໄລແລະປອດໄພແນ່ນອນ ແລ້ວພົບກັນໃນບົດຄວາມຕໍ່ໄປ 

ອ່ານເພີ່ມເຕີມ ► ຕົວຢ່າງການບໍລິຫານເງິນທຶນໃນພອດ (Money Management) ແບບງ່າຍໆ

_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰

Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot 
 
💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 
 
🔔 ສາມາດຕິດຕໍ່ທີມງານ Weltrade ສະໜັບສະໜຸນໄດ້ເພີ່ມເຕີມ
ຜ່ານຊ່ອງທ່າງເຫຼົ່ານີ້:
📞 Tel. 030-5086611 ( 09.00 - 21.00 ນ. ຈັນ - ສຸກ )
Line id: @weltradelaos  
Email:  weltrade.lao@gmail.com
 

| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້