ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ມາຮູ້ຈັກຮູບແບບ Gap ໃນກາຟ Forex ແລະການເທຣດ


    Gap ຄືຊ່ວງເວລາທີ່ບໍ່ຕໍ່ເນື່ອງກັນເຮົາຈະເຫັນວ່າລາຄາເກີດການໂດດຂຶ້ນຫຼືລົງຈົນເຮັດໃຫ້ເກີດຊ່ອງວ່າງຂຶ້ນ ເຊິ່ງເກີດຈາກຄວາມບໍ່ສົມດຸນຂອງແຮງຊື້ກັບແຮງຂາຍໃນຕະຫຼາດ Forex ເຮົາຈະເຫັນ Gap ກັນປະຈຳໃນຊ່ວງເຊົ້າວັນຈັນທີ່ຕະຫຼາດເປີດ ສາເຫດເພ່າະນັກລົງທຶນຕ້ອງການຊື້ຫຼືຂາຍທັນທີທີ່ຕະຫຼາດເປີດ ຫຼື ຊ່ວງທີ່ມີຂ່າວແຮງໆເມື່ອເກີດ Gap ເຮົາຈະເລືອກ Gap ວ່າ Windows ເຊິ່ງແນວທີ່ເປີດ Gap ຈະສາມາດໃຊ້ເປັນແນວຮັບຫຼືແນວຕ້ານທີ່ດີໄດ້ ແລະຫາກເຮົາເຂົ້າໃຈເຖິງຊະນິດຂອງ Gap ທີ່ເກີດຂຶ້ນກໍ່ຈະເຮັດກຳໄລໄດ້ຢ່າງດີ Gap ໂດດຂຶ້ນມັກສະແດງແນວໂນ້ມຂາຂຶ້ນ Gap ໂດດລົງມັກສະແດງແນວໂນ້ມຂາລົງ ເຊິ່ງເຮົາສາມາດແບ່ງ Gap ອອກໄດ້ 4 ຢ່າງດັ່ງນີ້

1. Common Gap
    ມັກເກີດໃນຂະນະທີ່ແນວໂນ້ມຂອງລາຄາເກີດການເຄື່ອນໂຕໄປທາງດ້ານຂ້າງ (Sideway) ໃນບາງຄັ້ງຈະເກີດຊ່ອງວ່າງ ແລະ ຈະມີການປັບໂຕຂຶ້ນ-ລົງເພື່ອປິດຊ່ອງວ່າງ ຈຶ່ງບໍ່ໜ້າສົນໃຈເພ່າະບໍ່ສາມາດບອກທິດທາງໄດ້


2. Breakaway Gap
    ເປັນ Gap ທີ່ເກີດຈາກການທີ່ລາຄາມີການແລ່ນທະລຸ (breakout) ຜ່ານແນວຮັບຫຼືແນວຕ້ານໄປໄດ້ຫຼັງຈາກທີ່ລາຄາແລ່ນເປັນ Sideway ເວົ້າໄດ້ວ່າເປັນການພຸ່ງທະລຸແນວຮັບ-ແນວຕ້ານຫຼັງຈາກທີ່ສະສົມພະລັງໃນຊ່ວງ Sideway ມາເຕັມທີແລ້ວ ອາດເຫັນໄດ້ໃນຊ່ວງທີ່ລາຄາແລ່ນຢູ່ໃນກອບສາມຫຼ່ຽມຕ່າງໆ ແລ້ວພຸ່ງທະລຸອອກມາ ມັກເກີດຈາກຕະຫຼາດມີຂ່າວຈຶ່ງແລ່ນເປັນ Sideway ແລະເມື່ອຂ່າວອອກມາ ກໍ່ມີແຮງຊື້ຫຼືແຮງຂາຍເຂົ້າມາແບບທະລົ່ມທະລາຍ ຈຶ່ງເຮັດໃຫ້ລາຄາໂດດຂຶ້ນຈົນເປັນ Gap ຖ້າເກີດ Gap ໃນລັກສະນະນີ້ ໃຫ້ຫາຈັງຫວະຊື້ຫຼືຂາຍນຳທັນທີ (ໂດຍທົ່ວໄປແລ້ວ ເມື່ອລາຄາແລ່ນທະລຸແນວຮັບຫຼືແນວຕ້ານ ມັກຈະແລ່ນກັບມາທັດສອບທີ່ແນວຮັບ-ແນວຕ້ານນັ້ນອີກຄັ້ງຫຼືທີ່ເຮົາເອີ້ນວ່າການ “ປິດແກ໊ບ” ແຕ່ບາງຄັ້ງຖ້າມີການຊື້ຫຼືຂາຍທີ່ມີປະລິມານຫຼາຍໆແບບມີໄນສຳຄັນ ເຊິ່ງອາດຈະເປັນເພ່າະກະແສຂ່າວທີ່ອອກມາແຮງຫຼາຍເປັນຕົ້ນ ລາຄາກໍ່ອາດຈືບໍ່ກັບມາທົດສອບແຕ່ມັນຈະແລ່ນໄປເລີຍ)


3. Runaway Gap ຫຼື Measuring Gap
    ເປັນ Gap ທີ່ມັກເກີດຫຼັງຈາກເກີດ Breakaway Gap ເຊິ່ງເມື່ອເກີດ Runaway Gap ຂຶ້ນ ກໍ່ຈະເປັນການຢືນຢັນຄວາມແຂງແຮງຂອງທິດທາງລາຄານັ້ນໆ ແມ້ວ່າປະລິມານການຊື້ຂາຍຈະຢູ່ໃນລະດັບປານກາງບໍ່ຄ່ອຍຫຼາຍ ແຕ່ກໍ່ຄາດການໄດ້ວ່າລາຄາຈະແລ່ນໄປອີກປະມານ 1-2 ເທົ່າໂຕເມື່ອວັດຈາກ Breakaway Gap (ຕົວຢ່າງຕາມພາບ)


4. Exhaustion Gap
    ເປັນ Gap ທີ່ຕ້ອງລະວັງເພ່າະເປັນການໂດດຂຶ້ນຫຼືລົງເປັນຄັ້ງສຸດທ້າຍຂອງລາຄາ ເປັນສັນຍານວ່າຕະຫຼາດເລີ່ມໝົດແຮງ ແລະຈະມີການປ່ຽນແປງທິດທາງໃນບໍ່ດົນດ້ວຍປະລິມານການຊື້ຂາຍທີ່ໜາແໜ່ນຈົນເຮັດໃຫ້ລາຄາທີ່ແລ່ນຕໍ່ໄປມີລັກສະນະເປັນກຸ່ມ ຈົນມີລັກສະນະຄືເກາະກາງທະເລ ຫຼື ທີ່ເອີ້ນວ່າ Island reversal ດັ່ງນັ້ນເມື່ອເຫັນ Gap ແບບນີ້ກໍຄວນຈະກຽມໂຕອອກຈາກອໍ່ເດີ້ ແລະ ເມື່ອມີການຄອນເຟີມ ກໍ່ເຂົ້າອໍ່ເດີ້ໃນທິດທາງໃໝ່ນຳໄປ ໃນການພິຈາລະນາ Gap ປະເພດນີ້ເຮົາຄວນພິຈາລະນາ Oscillators ຕ່າງໆ ເບິ່ງການ Overbought ຫຼື Oversold ປະກອບນຳ ເພື່ອໃຫ້ໝັ່ນໃຈຂຶ້ນເພ່າະ Exhaustion Gap ມັກເກີດໃນຊ່ວງທີ່ລາຄາເປັນ Overbought ຫຼື Oversold ຫຼືອາດເກີດ Divergence ລ່ວມນຳ


    Island Reversal ຄືຮູບແບບການປັບໂຕຂອງລາຄາ ໂດຍມີ Gap 2 ຊະນິດລ່ວມຢູ່ຄື ຄັ້ງທຳອິດຈະເກີດ Exhaustion Gap ກ່ອນ ເນື່ອງຈາກທິດທາງເກົ່ານັ້ນອ່ອນແຮງລົງແລ້ວ ອາດຈະມີການເທຊື້ ຫຼື ຂາຍທັງເປັນຄັ້ງສຸດທ້າຍເຮັດໃຫ້ລາຄາໂດດຂຶ້ນໄປຈົນເກີດຊ່ອງວ່າງຂອງລາຄາຂຶ້ນແລ້ວຫຼັງຈາກນັ້ນ ກໍຈະມີການຊື້ຂາຍທີ່ໜາແໜ່ນກັບເຂົ້າມາ ເຮັດໃຫ້ລາຄາເກາະໂຕກັນເປັນກຸ່ມ ແລະ ສຸດທ້າຍເກີດ Breakaway Gap ຂຶ້ນມາໃນທິດທາງທີ່ກົງກັນຂ້າມກັບແນວໂນ້ມເກົ່າ ເຮັດໃຫ້ເຮົາເຫັນລັກສະນະລາຄາຄືເປັນເກາະກາງທະເລຈຶ່ງເອີ້ນກັນວ່າ Island Reversal

_______________________________________________

💡 FOREX for Lao ຫ້ອງຮຽນຮູ້ອອນໄລນ໌ຟຣີໃນຕະຫຼາດ FOREX, Cryptocurrency ແລະ Binary Options ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໄດ້ໃນສື່ສັງຄົມຕ່າງໆໄດ້ທຸກບ່ອນທຸກເວລາ 💰


Facebook ຄລິກທີ່ນີ້ ► www.facebook.com/forexforlao

ເວັບໄຊທ໌ Forex for Lao ຄລິກທີ່ນີ້ ► forexforlao.blogspot.com

ວິດີໂອສອນ YouTube ຄລິກທີ່ນີ້ ► www.youtube.com/forexforlaoblogspot


💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ Weltrade ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► lao.weltrade.com

🎓 ເບິ່ງວິດີໂອສອນ Weltrade ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 

ເປີດບັນຊີເທຣດແບບໂບຣກເກີ FBS ເພື່ອສ້າງລາຍໄດ້ສໍາລັບທ່ານ
ຄລິກທີ່ນີ້ ► laofbs.com

_______________________________________________

📉 ສໍາລັບຕະຫຼາດ Binary Options

***Update ເໝາະສຳລັບຄົນທີ່ມີບັດ BCEL VISA/MasterCard, ບັນຊີທະນາຄານກະສິກອນໄທ, ທະນາຄານໄທພານິດ, Skrill ເປີດຢູ່ໃນປະເທດໄທ, PerfectMoney, ADVCash ແລະ WebMoney

ເວັບໄຊທ໌ IQ Option ພາສາໄທ ຄລິກທີ່ນີ້ ► iqoption.com


🎓 ເບິ່ງວິດີໂອສອນ IQ Option ທັງໝົດໄດ້ທີ່ YouTube ► ຄລິກທີ່ນີ້ 


| ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ |

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ