ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ປະຫວັດສາດຄວາມເປັນມາຂອງ FOREX


    ອະດີດເມື່ອຫຼາຍປີມາກ່ອນ ເມື່ອໂລກເຮົາກຳລັງຟື້ນຟູໃນຍຸກຫຼັງສົ່ງຄາມໂລກ ທຸກປະເທດກໍ່ມີຄວາມຈຳເປັນຮີບດ່ວນ ໃນເລື່ອງການສ້າງຄວາມຫມັ້ນຄົງທາງການເງິນໃຫ້ກັບປະເທດຂອງຕົນເອງ, ຕົວແທນຈາກປະເທດຕ່າງໆ ລວມທັງຫມົດ 29 ປະເທດ ຈື່ງໄດ້ມາເຈລະຈາກັນທີ່ເມືອງ Bretton Woods ເພື່ອຕົກລົງກັນໃນເລື່ອງເສດຖະກິດໃຫມ່ ເຊີ່ງຂໍ້ສະຫລຸບທີ່ຈະຕ້ອງໄດ້ປັບປ່ຽນ ໃນເວລານັ້ນກໍ່ຄືຕ້ອງມີການກຳນົດອັດຕາແລກປ່ຽນເງິນຕາເກີດຂື້ນ ດ້ວຍເຫດນີ້ເອງຈື່ງໄດ້ເກີດອົງກອນສຳຄັນຂອງໂລກຂື້ນເຊັ່ນ: " ກອງທືນການເງິນລະຫວ່າງປະເທດ (IMF)" ໄດ້ຖືກກໍ່ຕັ້ງຂື້ນພາຍໃຕ້ຂໍ້ຕົກລົງ Bretton Woods ແລະໄດ້ດຳເນີນການທັນທີໃນປີ ຄ.ສ 1949 ແລະໄດ້ເລີ່ມມີການກຳນົດອັດຕາແລກປ່ຽນເງິນຕາລະຫວ່າງປະເທດ ໃຫ້ມີຄວາມຈະແຈ້ງຫຼາຍຂື້ນ.

    ຕໍ່ມາປາຍປີ ຄ.ສ 1960 ລະບົບອັດຕາແລກປ່ຽນເງິນຕາແບບຄົງທີ່ເລີ່ມລະລາຍຕົວລົງ ສືບເນື່ອງມາຈາກປັດໃຈທາງດ້ານການເມືອງ ແລະ ເສດຖະກິດລະຫວ່າງປະເທດມີເພີ່ມຂື້ນຢ່າງຫລວງຫລາຍ.

    ຕໍ່ມາໃນຍຸກປະທານນາທິບໍດີ ນີກສັນ (Richard Milhous Nixon) ແຫ່ງສະຫະລັດອາເມລິກາ ໄດ້ລະງັບການຜູກຂາດສະກຸນເງິນດອນລາສະຫະລັດໃວ້ ກັບຄຳ ໂດຍເປັນສ່ວນຫນື່ງຂອງມາດຕະການ ທີ່ອອກແບບມາເພື່ອແກ້ໄຂການລົ້ມທະລາຍຂອງເສດຖະກິດສະຫະລັດ ທີ່ ຮູ້ຈັກກັນວ່າ ນີກສັນ ຊ໋ອກ (Nixon Shock) ຈົນນຳໄປສູ່ການເກີດຕະຫຼາດລະບົບແລກປ່ຽນເງິນຕາແບບລອຍຕົວ

    FOREX ຈື່ງເລີ່ມຂື້ນຢ່າງເປັນທາງການໃນປີ ຄ.ສ 1971 ເມື່ອການແລກປ່ຽນເງິນຕາຕ່າງປະເທດປ່ຽນຈາກລະບົບຕາຍຕົວ ມາເປັນແບບລອຍຕົວ ເປັນການແລກປ່ຽນເງິນຕາໂດຍຄົນກາງ ໃນການແລກປ່ຽນເງິນຕາລະຫວ່າງສະກຸນເງິນຕ່າງໆ ໃນ ອັດຕາແລະວັນທີ່ກຳນົດໃນການແລກປ່ຽນນັ້ນ.

    ອັດຕາແລກປ່ຽນກຳນົດຂື້ນ ຈາກພື້ນຖານຂອງຄວາມຕ້ອງການຂອງຕະຫຼາດ ເຊີ່ງແຕ່ລະຝ່າຍຍອມຮັບ ຕະຫຼາດຂອງການແລກປ່ຽນເງິນຕາໃນຕະຫຼາດໂລກ ໄດ້ຂະຫຍາຍຕົວຂື້ນຢ່າງຕໍ່ເນື່ອງ ເຊີ່ງເປັນຜົນມາຈາກການຄ້າລະຫວ່າງປະເທດ ແລະ ການລົ້ມເລີກຂອງອັດຕາແລກປ່ຽນແບບຕາຍຕົວໃນຫລາຍໆປະເທດ

    ຕໍ່ມາໃນກາງປີ ຄ.ສ 1998 ມີປະລິມານການແລກປ່ຽນເງິນຕາຄິດເປັນມູນຄ່າສູງເຖິງ 1,982 ພັນລ້ານດອນລາສະຫະລັດຕໍ່ມື້ (ການແລກປ່ຽນນີ້ເກີດຂື້ນໃນຕະຫຼາດລອນດອນກວ່າ 32% ຕະຫຼາດນີວຢ໋ອກ 18% ແລະຕະຫຼາດເຢຍລະມັນ 10%) ບໍ່ສະເພາະພຽງແຕ່ຂະຫນາດຂອງການແລກປ່ຽນເງິນຕາທີ່ຂະຫຍາຍຕົວຂື້ນ ແຕ່ລວມໄປເຖີງອັດຕາຂອງການແລກປ່ຽນດ້ວຍ, ໃນ ຄ.ສ 1977 ມີປະລິມານໃນການເຮັດທຸລະກຳຫຼາຍກວ່າ 5,000 ລ້ານຫຼຽນ ແລະເພີ່ມຂື້ນເປັນ 600 ພັນລ້ານດອນລາສະຫະລັດ ແລະເຂົ້າສູ່ຫຼັກຫື່ງລ້ານຫຽນໃນປີ ຄ.ສ 1992 ເຊີ່ງການຂະຫຍາຍຕົວນີ້ ຜູ້ດຳເນີນການໃນການແລກປ່ຽນ ສາມາດເພີ່ມລາຍໄດ້ຂື້ນກວ່າ 80% ເຊີ່ງມີທັງສະຖາບັນການເງິນ ແລະ ນັກລົງທືນທົ່ວໄປ.

    ເມື່ອມີການພັດທະນາຂື້ນຢ່າງຕໍ່ເນື່ອງຂອງລະບົບຄອມພີວເຕີແລະອີນເຕີເນັດໃນຊ່ວງ 2 ທົດສັດຕະວັດທີ່ຜານມາ ກໍ່ໄດ້ເຮັດໃຫ້ເກີດການປ່ຽນແປງກັບຕະຫຼາດ FOREX ເປັນຢ່າງມະຫາສານເຊັ່ນກັນ ແລະໃນນີ້ຕົວກາງມືອາຊີບ(Broker) ໄດ້ມີຄວາມສຳຄັນຂື້ນຫຼາຍໃນການແລກປ່ຽນເງິນຕາ ເຊີ່ງເມື່ອກ່ອນຕ້ອງຢູ່ກັບພວກທະນາຄານຂະຫນາດໃຫຍ່ເທົ່ານັ້ນ ຍ້ອນຄວາມຂະຫຍາຍຕົວຂອງຕະຫຼາດ ອີນເຕີເນັດ ທະນາຄານຈີ່ງໄດ້ນຳສະເຫນີການບໍລິການແບບອີເລັກໂຕນິກຕໍ່ບຸກຄົນທົ່ວໄປ

    ໂບຣກເກີ ອອນໄລນ໌ ຈື່ງເຂົ້າມາມີສ່ວນແບ່ງຫຼາຍກວ່າ 11% ຂອງຕະຫຼາດ ປະລິມານການແລກປ່ຽນຂອງທະນາຄານຂະຫນາດໃຫຍ່ ເຊັ່ນ Deutsche Bank, Barclay Bank, Union Bank of Switzerland, CitiBank, Chase Manhattan Bank, Standard Chartered Bank,etc. ຈື່ງເພີ່ມຂື້ນມາເປັນພັນລ້ານໂດລາສະຫະລັດ ຄວາມຫນ້າສົນໃຈຂອງຕະຫລາດ FOREX ກໍ່ຄືບໍ່ວ່າຕະຫຼາດທືນຈະແປຜັນແນວໃດກໍ່ຕາມ ຄືບໍ່ມີຜົນກະທົບກັບຕະຫຼາດນີ້ແຕ່ຢ່າງໃດ.


_________________________________________

💡 FOREX for Lao ຫ້ອງຮຽນອອນໄລນ໌ສອນພິເສດຟຣີຕະຫຼາດ FOREX ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໃນເພຈ 💰

Facebook ຄລິກທີ່ນີ້ ► https://www.facebook.com/forexforlao

ຫຼືສຶກສາເວັບໄຊທ໌ Forex for Lao ► http://forexforlao.blogspot.com

ສຶກສາວິດີໂອສອນໄດ້ທຸກທີ່ ທຸກເວລາ ► https://www.youtube.com/forexforlaoblogspot


💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ FBS ເພື່ອເຮັດເງິນສໍາລັບທ່ານ

ຄລິກທີ່ນີ້ ► https://laofbs.com/?ppu=599148

► ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ

"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ