ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ວິທີການເບິ່ງ Terminal ດ້ານລຸ່ມໂປຣແກຣມ MT4

"ວິທີການເບິ່ງ" ໃນເວລາທຳການເປີດອໍເດີ ແລ້ວຈະເຫັນລາຍລະອຽດອໍເດີໜ້າຕ່າງ Terminal ດ້ານລຸ່ມໂປຣແກຣມ MT4


► Order - ໝາຍເລກອໍເດີທີ່ທຳການເປີດ
► Time - ເວລາທຳການເປີດອໍເດີ (ເວລາໃນ Server)
► Type - ປະເພດອໍເດີ ຊື້ (buy/long) ຫຼື ຂາຍ (sell/short) 
► Size
- ຈຳນວນ Volume (Lot)
► Symbol
- ສະກຸນເງີນທີ່ທຳການເປີດ
► Price
- ລາຄາທຳການເປີດອໍເດີ
► S/L - ລາຄາ Stop Loss (0 ຄືບໍ່ໄດ້ທຳການຕັ້ງຄ່າ)
► T/P - ລາຄາ Target Profit (0 ຄືບໍ່ໄດ້ທຳການຕັ້ງຄ່າ)
► Price - ລາຄາປະຈຸບັນ
► Commission - ຄ່າຄອມມິດຊັ່ນ
► Swap - ຄ່າ Swap (ຄືຄ່າບໍລິການທຳການເປີດອໍເດີຂ້າມ​ຄືນ)
► Profit - ກຳໄລ/ຂາດທຶນ
► Balance - ຍອດເງີນທີ່ຍັງບໍ່ລວມກຳໄລຫລືຂາດທຶນຂອງອໍເດີທີ່ກຳລັງເປີດຢູ່
► Equity - ຍອດເງີນທີ່ລວມກຳໄລຫລືຂາດທຶນຂອງອໍເດີທີ່ກຳລັງເປີດຢູ່ໃນ​ເວ​ລາ​ນັ້ນ
► Margin - ຈຳນວນ Margin ທັງໝົດທີ່ໃຊ້ໄປໃນການເປີດອໍເດີ
► Free Margin - ມີຄ່າເທົ່າກັບ Equity - Margin
► Margin Level - ມີຄ່າເທົ່າກັບ ( Equity / Margin) * 100
ເປັນອັດຕາສ່ວນລະຫວ່າງ Equity ກັບ Margin ຍິ່ງຫລາຍຍິ່ງດີ ຖ້າຫລຸດເຫລືອໜ້ອຍຕ່ຳກວ່າຄ່າ Margin call level ບ່ອນອໍເດີຈະເປັນສີແດງເຕືອນຂຶ້ນມາວ່າ Margin ເຫລືອຕ່ຳແລ້ວ ຖ້າ Margin level ຕ່ຳກວ່າ Stop level ອໍເດີກໍຈະຖືກປິດໃຫ້ໂດຍອັດຕະໂນມັດຊຶ່ງແຕ່ລະບັນຊີກໍຈະມີລະດັບ Margin call level ແລະ Stop Level ທີ່ແຕກຕ່າງກັນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ