ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

Trader Types ປະເພດຂອງນັກລົງທຶນທົ່ວ​ໂລກ


ເປັນທີ່ຍອມຮັບກັນດີວ່ານັກລົງທຶນໃນໂລກນີ້ ໄດ້ແຕກຂະແໜ່ງສາຍການວິເຄາະອອກເປັນສອງສາຍຫຼັກ ນັ້ນຄື


► ສາຍວິເຄາະທາງປັດໄຈພື້ນຖານ (Fundamental Analysis) 



► ສາຍນັກວິເຄາະປັດໄຈທາງເຕັກນິກ (Technical Analysis) 


ແລະ ເຮົາກໍໄດ້ເຫັນນັກລົງທຶນສຸດໂຕ່ງທັງສອງຂ້າງທີ່ປະສົບຄວາມສຳເລັດຈາກການລົງທຶນໃນແນວຂອງຕົນເອງ ລ່ວມເຖິງຜູ້ທີ່ໃຊ້ປະໂຫຍດຈາກແນວທາງທັງສອງວິທີມາປະຕິບັກຮ່ວມກັນ ແລະ ສ້າງຜົນຕອບແທນໄດ້ດີບໍ່ແພ້ການເລືອກວິເຄາະແຕ່ພຽງດ້ານໃດດ້ານໜຶ່ງ

ປັດຈຸບັນນີ້ມີນັກລົງທຶນສາຍ Hybrid ຄືການປະສົບປະສານແນວຄິດລະຫວ່າງ Fundamental Analysis ແລະ Technical Analysis ຢູ່ພໍສົມຄວນ ໜຶ່ງໃນນັ້ນເຂົາເອີ້ນໂຕເອງວ່າ “Trend Followers” ຫຼື ຜູ້ທີ່ແລ່ນໄປພ້ອມໆກັບແນວໂນ້ມ
ທີ່ຄິດແບບນີ້ເພ່າະຫຼັກການຂອງ Trend Following ຄືຫາແນວໂນ້ມຫຼັກໃຫ້ເຫັນ ແລ້ວເກາະໄປກັບແນວໂນ້ມນັ້ນຈົນກ່ວາມັນຈະປ່ຽນເທຣນ ແລະສິ່ງນີ້ມັນຄືຫຼັກການພື້ນຖານຂອງການວິເຄາະທາງເຕັກນິກນຳ

***ຂໍ້ຄວນລະວັງ ນັກລົງທຶນສ່ວນໃຫ່ຍຈິນຕະນາການການເຄື່ອນໄຫວຂອງລາຄາຫຸ້ນໃນອານາຄົດໄວ້ ແລະ Action ຕາມສິ່ງທີ່ຕົນເອງຄິດແລ້ວຄິດວ່າ ສິ່ງທີ່ຕົນເອງເຮັດມັນຄືການລົງທຶນແບບໃຊ້ເຕັກນິກເຄຼີເຂົ້າຊ່ວຍ ແຕ່ນັ້ນກັບບໍ່ແມ່ນວິທີທີ່ຖືກຕ້ອງເພ່າະນັກເຕັກນິກຈະຍັບໂຕກໍຕໍ່ເມື່ອເກີດສັນຍານໄປກ່ອນແລ້ວ ບໍ່ແມ່ນນັ່ງຖຽງເອົາເອງວ່າມັນຈະຂຶ້ນແລ້ວໄປຊື້ລັດໄວ້ກ່ອນ


►ເບິ່ງວີດີໂອວິທີການເປີດບັນຊີເທຣດແລະເຕັກນິກການເທຣດທີ່ນີ້: https://goo.gl/fC9h95
►ຖ້າທ່ານຄິດວ່າເປັນປະໂຫຍດສໍາລັບຄົນອື່ນໆສາມາດສ້າງລາຍໄດ້ "ກົດປຸ່ມ Share" ເພື່ອແບ່ງປັນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້