ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ໄສບອກວ່າຖືຍາວແລ້ວຈະໄດ້ກຳໄລ? ບໍ່ເຫັນແທ້


" ໄສບອກວ່າຖືຍາວແລ້ວຈະໄດ້ກຳໄລ? ບໍ່ເຫັນແທ້ ກ່ອນລົງສະໜາມກໍຄື ມັນບໍ່ມີສູດສຳເລັດຕາຍໂຕ 100% ແຕ່ທີ່ດີທີ່ສຸດແມ່ນສູດເທຣດທີ່ເຮົາມີຄວາມຖະຫນັດເຮັດກໍາໄຮແຕ່ໄດ້ຕໍ່ເນື່ອງຫຼາຍທີ່ສຸດ "


ສິ່ງໜຶ່ງທີ່ຕຳລາ ແລະ ກູຣູທີ່ປະສົບຄວາມສຳເລັດໃນວົງການຫຸ້ນແລະ FOREX ມັກບອກເຮົາໆທ່ານໆຢູ່ສະເໝີກໍຄື “ການລົງທຶນໄລຍະຍາວເປັນການລົງທຶນທີ່ໃຫ້ຜົນຕອບແທນສູງ ແລະ ສະບາຍກ່ວາການລົງທຶນໃນໄລຍະສັ້ນ”


ແລະຄຳຖາມທີ່ເຫັນບ່ອຍເຫຼືອເກີນກໍຄື “ໄສບອກວ່າຖືຍາວຈະໄດ້ກຳໄລ ບໍ່ເຫັນແທ້” ລອງເວົ້າມາແບບນີ້ຮູ້ທັນທີວ່າພອດຂາດທຶນຢູ່ຊົວ!! ກໍບອກຕັ້ງແຕ່ຕົ້ນແລ້ວວ່າ ການລົງທຶນບໍ່ມີສູດສຳເລັດຕາຍໂຕ ຊັ້ນເຮົາລອງສຳລວດໂຕເອງກັນວ່າ ຖືຍາວແລ້ວບໍ່ກຳໄລເພ່າະອີຫຍັງ?


1. ຖືຍາວແຕ່ຖືຜິດໂຕ

ກໍລະນີນີ້ເກີດຈາກການເຮັດວຽກບ້ານມາບໍ່ຫຼາຍພໍ ຫຼື ໃຊ້ວິທີຊື້ຕາມຜີບອກ ໂດຍຂາດຄວາມຮູ້ຄວາມເຂົ້າໃຈໃນສິ່ງທີ່ຕົນເອງລົງທຶນໃນເຊີງເລິກ ກໍລະນີນີ້ສິນຊັບໂຕທີ່ທ່ານຖືອາດຈະດີໃນຊ່ວງທີ່ທ່ານໄດ້ຍິນມາແຕ່ເວລາຜ່ານໄປປັກໃຈພື້ນຖານອາດປ່ຽນ ແລະ ຜີຕົນນັ້ນກໍລືມບອກທ່ານໄປ (ຫຼືບາງທີເຂົາກໍບໍ່ຮູ້ເລື່ອງຄືກັນ-- -“) ອາລົມນີ້ແກ້ໄດ້ໂດຍການເຊື່ອການວິເຄາະຂອງຕົນເອງຢ່າໄປເຊື່ອຄົນອື່ນເຖິງແມ້ເຂົາຈະເກັ່ງແທ້ໆກໍ່ຕາມ

2. ຖືຍາວແຕ່ລືມດູແລ 

ກໍລະນີນີ້ແຖວບ້ານເອີ້ນວ່າຊື້ຖິ້ມ... ກະຖິ້ມໄວ້ໃຫ້ລູກໃຫ້ຫຼານໃນອານາຄົດໄປເລີຍ ສາເຫດເກີດຈາກພໍໄດ້ຍິນຄຳກູຣູປັ໊ບ ກໍນຳໄປປະຕິບັດທັນທີເລີຍລືມກວດສອບປະຫວັດທັງຫຼາຍວ່າ ກົນລະຍຸກຫຼັກຂອງເຂົາຄືຖືຍາວແຕ່ແທ້ໆແລ້ວມີການຂາຍເຮັດກຳໄລ ເມື່ອປັດໄຈຕ່າງໆປ່ຽນໄປຍົກຕົວຢ່າງເຊັ່ນ Warren Buffett ຂາຍລ້າງພອດຫຸ້ນ PetroChina ເດືອນຕຸລາ ປີ 2007 ເຊິ່ງຕອນນັ້ນໃຜໆກໍເບິ່ງວ່າອານາຄົດໄປໄດ້ອີກຍາວໄກແຕ່ແລ້ວກໍເບິ່ງຕາມກຼາບເລີຍ ກູຣູທັງຫຼາຍເຂົາກໍມີການລົດພອດ ມີການເພີ່ມພອດຕາມ Cycle ຂອງທຸລະກິດ ແລະ ມີການກະຈາຍຄວາມສ່ຽງໃນສິນຊັບຫຼາຍໂຕ ບໍ່ແມ່ນມີເງິນເທົ່າໃດກໍຕັ້ງໜ້າຕັ້ງຕາໃສ່ເງິນເຂົ້າໄປລູກດຽວ ອາການນີ້ແກ້ໄຂໄດ້ໂດຍການອ່ານແນວຄິດຂອງນັກລົງທຶນທີ່ປະສົບຄວາມສຳເລັດໃຫ້ລະອຽດຂຶ້ນຈັກໜ້ອຍ ແລະ ປັບຄວາມເຂົ້າໃຈເສຍໃໝ່ວ່າ ຖືຍາວກໍຕ້ອງຍັງດູແລ ຍັງຕ້ອງເທກແຄ (ຄືຈີບສາວຫັນລະ ບໍ່ດູແລໃຫ້ດີເຂົາຈະໜີໄປຫາຄົນອື່ນໃດ້)

3. ຖືຍາວແຕ່ໃຊ້ເງິນໜ້ອຍໄປ 
ກໍລະນີນີ້ຂ້ອຍເຫັນຈາກພອດການລົງທຶນຂອງຫຼາຍໆຄົນເລີຍ ນັ້ນກໍຄືຈະລົງທຶນຍາວແຕ່ບໍ່ກ້າໃສ່ເງິນເຂົ້າໄປຫຼາຍ ທັງໆທີ່ເຮັດວຽກບ້ານມາດີ ແຕ່ພໍແບ່ງພອດມາລົງທຶນໃນສິນຊັບທີ່ສ່ຽງສູງຫຼັງກຳໄລໄລຍະສັ້ນ ກັບໂດດລົງໄປຫຼິ້ນຢ່າງຜີພະນັນເປັນແບບນີ້ກໍເມື້ອຍຕີ້
ອາການນີ້ແກ້ໄດ້ໂດຍການຈັດການບໍລິຫານເງິນ ແບ່ງພອດການລົງທຶນຕັ້ງແຕ່ແຮກເລີ່ມ (Money Management ແລະ Asset Allocation) ທ່ານຕ້ອງບອກຕົນເອງໄວ້ຕັ້ງແຕ່ທຳອິດວ່າພອດການລົງທຶນໄລຍະຍາວຄວນຈະມີເກີນ 50% ຂຶ້ນໄປ ໃນໄລຍະທີ່ການເກັງກຳໄລໄລຍະສັ້ນບໍ່ຄວນມີສັດສ່ວນທີ່ຫຼາຍເກີນໄປ (<20%) ເພ່າະຈະເຮັດໃຫ້ຜົນຕອບແທນຄາດຫວັງໃນໄລຍະຍາວຂອງທ່ານບ່ຽງເບນໄປຈາກການລົງທຶນທີ່ມີໂອກາດຜິດພາດສູງ
ສຸດທ້າຍແລ້ວ ອັນໃດແກ້ໄດ້ກໍແກ້ ແຕ່ທ່ານຈະບໍ່ຕ້ອງແກ້ທີ່ວິທີການເລີບຖ້າທ່ານເລື່ອງຈາກລົງທຶນໃຫ້ເປັນນັ້ນ ກໍຄືຫາກທ່ານເຂົ້າລົງທຶນດ້ວຍຄວາມໂລບນຳໜ້າ... ແຮງຂັບຈາກຈິດໃຈ ຄວາມຢາກໄດ້ ຢາກມີ ຈະເຂົ້າມາບົດບັງເຫດແລະຜົນທີ່ທ່ານຄວນໃຊ້ປະກອບການຕັດສິນໃຈທັນທີ
ເພ່າະສະນັ້ນກ່ອນຈະຕັດສິນໃຈລົງທຶນອີຫຍັງ ຖາມໂຕເອງກ່ອນວ່າເຮົາລົງທຶນດ້ວຍຄວາມຍ້າກໃນໃຈ ຫຼື ເຮົາລົງທຶນໂດຍຄວາມຮູ້ທີ່ເຮົາມີ
►ຖ້າທ່ານຄິດວ່າເປັນປະໂຫຍດສໍາລັບຄົນອື່ນໆສາມາດສ້າງລາຍໄດ້ "ກົດປຸ່ມ Share" ເພື່ອແບ່ງປັນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ