ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ຄວາມເພີ້ຝັນສົ່ງຜົນຫຍັງກັບບັນຊີເທຣດຂອງທ່ານ?



ຄວາມເພີ້ຝັນສົ່ງຜົນຫຍັງກັບບັນຊີເທຣດຂອງທ່ານ?

ຫຼາຍໆຄົນຄີດວິທີການບໍລິຫານການເງີນທີ່ງາມຫຼາຍເຊັ່ນ 100 orders ກໍ່ສາມາດລວຍໄດ້ເລີຍເປັນຕົ້ນ ພໍມີຄົນຖາມວ່າແລ້ວຖ້າເສຍເດ້? ກໍ່ອື້ງກັນໄປເລີຍນີ້ເປັນສີ່ງທີ່ຫຼາຍໆຄົນພາດເພາະລືມຄີດໄປວ່າຖ້າເສຍຈະເຮັດແນວໃດ?


ສີ່ງທີ່ເຮັດໃຫ້ແຜນອັນງາມຫຼາຍຕ້ອງພັງພິນາດລົງກໍ່ຄື 4 ສີ່ງນີ້

► ຄວາມຢ້ານກົວ

► ຄວາມໂລພ

► ການ Overtrade

► ໃສ່ Lot ຫຼາຍເກີນໄປໃນການເທຣດແຕ່ລະຄັ້ງ


ການ Overtrade ເປັນຫຍັງທີ່ພົບເຫັນໄດ້ຕະຫຼອດບໍ່ວ່າຈະເທຣດເດີມືໃໝ່ມືເກົ່າທີ່ຍັງບໍ່ຫຼຸດອອກ ຈາກຄວາມເພີ້ຝັນຂອງຕົນເອງ ພວກເຂົາຈະມີຄວາມຄີດວ່າຍິ່ງເທຣດຫຼາຍກໍ່ຍິ່ງໄດ້ຫຼາຍແຕ່ຄວາມຈີງແລ້ວມັນກົງກັນຂ້າມເລີຍການທີ່ຍິ່ງເທຣດຫຼາຍໃນຕຳແໜ່ງທີ່ຕົວເທຣດເດີຄົນນັ້ນໆ ບໍ່ໄດ້ປຽບມີແຕ່ຈະເຮັດໃຫ້ເສຍຫຼາຍຂື້ນ
ມັນບໍ່ຜີດທີ່ທ່ານຈະຝັນເຖີງຈະມີເງິນທອງ ໄຫຼມາເທມາ ການໄດ້ຂັບລົດສະປອດ ຈະເປັນເສດຖີໃນຂ້າມຄືນ ດ້ວຍເງີນຈາກ Forex ແຕ່ທ່ານກໍ່ຕ້ອງຍອມຮັບຄວາມເປັນຈີງວ່າຕະຫຼາດນີ້ມັນມີຄວາມສ່ຽງຢູ່

ຄວາມຈີງທີ່ຈະເຮັດໃຫ້ທ່ານເປັນເທຣດເດີທີ່ແທ້ຈີງໄດ້?

ການມີປະສົບການເທຣດມາແລ້ວໃນລະດັບໜື່ງເມື່ອທ່ານມາເຖີງບ່ອນນີ້ແລ້ວທ່ານຕ້ອງຍອມຮັບຄວາມຈີງຂ້າງເທີງໃຫ້ໄດ້ເສຍກ່ອນ ຈາກນັ້ນຄວາມຈີງອີກຂໍ້ທີ່ທ່ານຕ້ອງເຂົ້າໃຈຄື ເທຣດເດີແຕ່ລະຄົນບໍ່ມີທາງທີ່ຈະຄືກັນ ວິທີການຄີດ ວິທີການເທຣດ ວິທີການຕັດສີນໃຈໃນສະຖານະການທີ່ວຸ້ນວາຍຍ່ອມແຕກຕ່າງກັນອອກໄປແລ້ວແຕ່ຄົນ ການຮຽນຮູ້ທີ່ຈະເທຣດແບບ Price Action ເປັນອີກຫົນທາງໜື່ງທີ່ຈະຊ່ວຍເພີ່ມໂອກາດການເຕີບໂຕຢ່າງໄວວາໃຫ້ກັບເທຣດເດີໃນການເປັນເທຣດເດີທີ່ປະສົບຄວາມສຳເລັດໄດ້ໃນອະນາຄົດ ເມື່ອທ່ານຮຽນຮູ້ທີ່ຈະເທຣດໃນແບບຂອງທ່ານ ແລະ ມີການບໍລິຫານເງີນທີ່ຢູ່ເທີງຄວາມເປັນຈີງຈະເຮັດໃຫ້ທ່ານເປັນເທຣດເດີທີ່ປະສົບຄວາມສຳເລັດໃນທີ່ສຸດ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ