ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

10 ແນວທາງການເທຼດ FOREX ເລີ່ມຕົ້ນເຮັດໃຫ້ກໍາໄຮມະຫາສານ


   1.ການວາງແຜນການເທຣດ ແລະ ເທຣດຕາມແຜນຂອງທ່ານທີ່ທ່ານຖະຫນັດທີ່ສຸດ

ບໍ່ຄວນຕິດສິນຕາມ ອາລົມ ຄວາມຮູ້ສຶກຂອງທ່ານ ວ່າລາຄາອາດ ຈະຂື້ນ ລາຄາອາດ ຈະລົງ ແລ້ວເປີດຄຳສັ່ງເທຣດ ທ່ານຈຳເປັນຕ້ອງມີການ ວາງແຜນໃນ ການເທຣດ ເພື່ອນຳ ໄປສູ່ຄວາມປະສົບຜົນສຳເລັດໃນການເທຣດ
ແຜນການເທຣດ ທີ່ດີຄວນປະກອບ ດ້ວຍ

► ການກຳນົດຈຸດເຂົ້າ ຫຼື ສັນຍານໃນການເຂົ້າເທຣດ

► ການກຳນົດຈຸດຂາດທຶນ ( Stop Loss )

► ການກຳນົດເປົ້າໝາຍກຳໄລ ( Target )

► ການວາງແຜນການເງີນ ( Money Management )

► ການບໍລິຫານຄວາມສ່ຽງ ( Risk Management )

ການຈັດສັນແຜນການເທຣດໃຫ້ເໝາະສົມ ແຜນການເທຣດທີ່ດີຈະຊ່ວຍໃຫ້ທ່ານຕັດອາລົມອອກຈາກການເທຣດ ຊ່ວຍໃຫ້ທ່ານບໍ່ຕ້ອງມານັ່ງ ຄຽດເວລາທີ່ຕິດລົບ ຫຼື ໃກ້ຈະ CallMagin (ເງີນໃກ້ຈະໝົດ) ບໍ່ຕ້ອງຖືກບັງຄັບ ເຊັ່ນ ມາຈີ້ນຂອງທ່ານໝົດ
ຕົວຢ່າງ
ແຜນການເທຣດ ຫຼື ລະບົບເທຣດ ທ່ານສາມາດຊອກໄດ້ຈາກ ເວ໊ບນີ້ ຫຼື ຈາກ Google ລອງຊອກຫາ ແຜນການເທຣດທີ່ເໝາະ ກັບຕົວຂອງທ່ານ ລອງທົດສອບ ລະບົບ ແລະເທຣດ ຕາມລະບົບດ້ວຍ ເງີນປອມ ອາດຈະປັບປຸງໃຫ້ເໝາະສົມ ກັບຕົວຂອງທ່ານ ແລ້ວນຳມາປະຍຸກ ໃຊ້ກັບການເທຣດ ຂອງທ່ານເຊິ່ງບໍ່ມີ ລະບົບໃດທີ່ໄດ້ຜົນການເທຣດ ຂອງທ່ານ ອອກມາ 100% ລະບົບເທຣດທີ່ດີຄວນ ມີປະສິດທິພາບ ຫຼາຍກວ່າ 60% ບໍ່ວ່າທ່ານຈະໄດ້ລະບົບເທບ ຫຼື ສຸດຍອດເທບແນວໃດ ທ່ານກໍ່ຕ້ອງຕິດລົບກ່ອນ ບໍ່ມີໃຜ ບໍ່ເຄີຍຕິດລົບ

   2. ແນວໂນ້ມຂອງກຣາຟ (Trend) ຄືໂອກາດຂອງທ່ານ

ຢ່າຄິດສວນເທຣນ ໃຫ້ຊອກຫາສັນຍານຊື້ (Buy/Long) ເມື່ອຕະຫຼາດຢູ່ໃນສະພາວະຂາຂື້ນ (Bullish /ຕະຫຼາດແດນບວກ) ຫຼືຊອກຫາສັນຍານຂາຍ (Sell/Short)ເມື່ອຕະຫຼາດຢູ່ໃນສະພາຫວະຂາລົງ ( Bearish /ຕະຫຼາດແດນລົບ)

   3. ການຮັກສາເງີນລົງທຶນ (Money Management)

ສີ່ງສຳຄັນອີກຢ່າງໜື່ງສຳລັບການເທຣດຕ້ອງຮັກສາເງີນໃນບັນຊີຂອງທ່ານ ໃຫ້ດີທີ່ສຸດ ການເປີດຄຳສັ່ງ ເທຣດແຕ່ລະຄຳສັ່ງ ບໍ່ຄວນຈະເກີນ 10% ຂອງເງີນໃນບັນຊີເທຣດຂອງທ່ານ ເຊັ່ນ ເງິນທຶນ 1000$ ທ່ານຄວນຈະເທຣດ ບໍ່ເກີນ 100$ ຖ້າບໍ່ມີການຮັກສາເງິນທືນໄວ້ເງີນທຶນຈະຫຼຸດລົງ ຢ່າງໄວວາ ເມື່ອເທຣດຫຼາຍໄດ້ຫຼາຍ ກໍ່ເສຍຫຼາຍ ເຊັ່ນກັນເມື່ອເງີນໝົດ ທ່ານອາດຈະທໍ້ ຫຼື ຫຼີກໄປເລຍ ເພາະສະນັ້ນ ຄວນຈະຫຼີ້ນນ້ອຍໆເລື້ອຍໆ ແລ້ວຈະປະສົບຜົນສຳເລັດໃນ ຕະຫຼາດຟໍເຣັກ ຟໍເຣັກບໍ່ຍາກ ແຕ່ກໍ່ບໍ່ງ່າຍ

   4.ຕ້ອງຮູ້ເມື່ອໃດຄວນຈະຕັດຂາດທືນ ( Cut loss )

ຖ້າລາຄາແລ່ນກົງກົນຂ້າມກັບທີ່ທ່ານເທຣດໄວ້ ຫຼື ຄາດການໄວ້ສິ່ງທຳອິດທີ່ທ່ານ ຕ້ອງເຮັດຄື ຕັດເນື້ອຮ້າຍ ອອກໄປຢ່າໃຫ້ມັນ ລຸກລາມແລ້ວຫາໂອກາດ ຫຼື ຈັງຫວະດີໆ ເພື່ອເຂົ້າໄປໃໝ່ ການຖືກຕິດລົບໄວ້ ເປັນການເສຍໂອກາດ ໃນການຫາຈັງຫວະເຂົ້າໃໝ່ ໃນສັນຍານດີໆ ແລະ ຕ້ອງມານັ່ງຄຽດເພາະ ຢ້ານວ່າ ມາຈີ້ນ ຂະໝົດ ດັ່ງຄຳທີ່ເວົ້າກັນວ່າ ເສຍນ້ອຍເສຍຍາກ ເສຍຫຼາຍເສຍງ່າຍ ແລະ ລົບນ້ອຍຕັດຍາກ ລົບຫຼາຍ ຕັດງ່າຍ ຖ້າຮ້າຍແຮງແທ້ໆ ທ່ານອາດຈະຖືກ ຄຳສັ່ງປິດ Magin Call ດັ່ງນັ້ນເມື່ອເທຣດທຸກ ຄັ້ງຄວນຈະຫາຈຸດStop Loss ຈຸດທີ່ຄວນປິດຖີ້ມ ເມື່ອລາຄາແລ່ນ ກົງກັນຂ້າມ ຈາກທິດຄາດການ ໄວ້ອາດ ຈະກຳນົດໄວ້ເລີຍ ເຊັ່ນ Exit stop Loss 20 ຈຸດ ຫາ 30ຈຸດ ຫຼື ຕັ້ງໄວ້ຕາມແນວຮັບແນວ ຕ້ານ (Support - Resistance )

   5. ປິດເຮັດກຳໄລເມື່ອໄດ້ໂອກາດ ຫຼື ດ້ວຍຄວາມພໍໃຈຂອງທ່ານ ( Take Profit /TP )

ກ່ອນການເທຣດ ຕັ້ງເປົ້າໝາຍໄວ້ ວ່າຕ້ອງການກຳໄລເທົ່າໃດເມື່ອໄດ້ໂອກາດ ກໍ່ຄວນປິດກຳໄລ ເປົ້າ ໝາຍ ( Target ) ອາດຈະກຳນົດ ຕາຍຕົວ ຫຼືຂື້ນຢູ່ກັບຄວາມພືງພໍໃຈຂອງເຮົາ ເຊັ່ນ: ເຮັດກຳໄລ 20 ຈຸດ ຫຼື 30 ຈຸດ ຫຼື ກຳນົດຕາມແນວ ຮັບແນວຕ້ານ (Support - Resistance ) ຫຼື ກຳນົດໂດຍ (Fibonaccy ) ກໍ່ໄດ້

   6. ຕັດອາລົວອອກໄປ

ສອງອາລົມ ທີ່ມີຜົນຫຼາຍໃຫ້ການເທຣດ ຄື ຄວາມໂລບ ( Greedy ) ແລະ ຄວາມຍ້ານ ກົວ ( Fear ) ຢ່າເຮັດໃຫ້ສອງ ຢ່າງນີ້ ຄອບງຳຈິດໃຈ ຂອງທ່ານເພາະມັນຈະເຮັດໃຫ້ທ່ານ ບໍ່ສາມາດທຣດໄດ້ ໝັ່ນຝຶກຝົນເທຣດ ໃຫ້ເປັນລະບົບເທຣດຕາມແຜນ ຫຼື ລະບົບ ເທຣດທີ່ທ່ານໄດ້ກຽມໄວ້ ຈັດການ ກັບ ການກຳນົດຈຸດເຂົ້າ (Entry Position ) ຈຸດອອກ ( Exit Position ) ລະບົບການເງິນຂອງທ່ານ ( Money Management ) ພຽງເທົ່ານີ້ ທ່ານກໍ່ປະສົບຜົນ ສຳເລັດກັບ FOREX ໄດ້

   7. ຢ່າເທຣດຕາມຄົນອື່ນ

ຄວນເທຣດຕາມລະບົບ ຕາມສັນຍານ ຫຼື ຕາມແຜນທີ່ວາງໄວ້ ຢ່າເທຣດຕາມຄົນອື່ນເດັດຂາດວິເຄາະໃຫ້ດີທຸກເທື່ອກ່ອນການເທຣດ

   8. ຈົດບັນທຶກການເທຣດ

ເມື່ອທ່ານເປີດຄຳສັ່ງ ຊື້ ( Buy / Long ) ໃຫ້ຈົດເຫດຜົນວ່າ ເຂົ້າຍ້ອນຫຍັງແລະ ຈົດຄວາມຮູ້ສຶກ ຕອນນັ້ນໄວ້ ເມື່ອເປີດຄຳສັ່ງ ຂາຍ ( Sell / Short ) ກໍ່ເຮັດເຊັ່ນດຽວກັນ ແລ້ວນຳມາວິເຄາະ ບັນທຶກຂໍ້ຜິດຜາດ ໃນການເທຣດເອົາຂໍ້ຜິດ ຜາດຂອງທ່ານທີ່ ເກີດຂື້ນ ມາເປັນບບົດຮຽນແລ້ວ ຢ່າເຮັດແບບນັ້ນອີກ

   9. ເມື່ອບໍ່ແນ່ໃຈບໍ່ຕ້ອງເທຣດ

ເມື່ອທ່ານບໍ່ໝັ້ນໃຈ ຫຼື ກຳລັງສັບສົນ ກັບສະພາວະຂອງງຕະຫຼາດບໍ່ແນ່ໃຈວ່າລາຄາຈະແລ່ນໄປທາງໃດ ໃຫ້ຢູ່ລ້າໆ ອອກໄປຍ່າງຫຼີ້ນຊອກຫາແນວອື່ນ ເຮັດແລ້ວກໍ່ລໍຖ້າໃນຊ່ວງຕໍ່ໄປ ທ່ານຈື່ງມາຫາຈັງຫວະເທຣດ ໃໝ່

   10. ຢ່າເທຣດຫຼາຍເກີນໄປ (Over Trade)

ບໍ່ຄວນເປີດເທຣດຫຼາຍເກີນໄປ ໃນການເທຣດແຕ່ລະເທື່ອຄວນມີອໍເດີທີ່ເປີດໄວ້ບໍ່ເກີນ 3 ອໍເດີ ຖ້າມີຫຼາຍເກີນໄປ ທ່ານຈະຄວບຄຸມບໍ່ໄດ້ ຫຼື ອາດຈະໃຊ້ອາລົມໃນການຕັດສິນໃຈ ເມື່ອຕະຫຼາດເກີດການປ່ຽນແປງ ດັ່ງນັ້ນຢ່າເປີດເທຣດຈົນຫຼາຍເກີນໄປສີ່ງທີ່ຈະແນະນຳເພີ່ມເຕີມ ຄື ກ່ອນທີ່ຈະ ເລີ່ມເທຣດ ດ້ວຍເງິນແທ້ນັ້ນ

** ຄໍາແນະນໍາ ຄວນຈະລອງເທຣດເງີນປອມ (DEMO) ກ່ອນຢ່າງ ນ້ອຍ 1-3 ເດືອນ ຢ່າງຕ່ຳສຸດ ໃຫ້ມີປະສົບການ

https://my.fbs.com/registration/real/?ppu=599148&lang=lo

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ