ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

Balance , Margin ແລະ Margin Call ແມ່ນຫຍັງ?

Balance , Margin ແລະ Margin Call ແມ່ນຫຍັງ?

- Equity ແມ່ນເປັນຈໍານວນເງິນທີ່ຍັງເຫຼືອໃນເວລານັ້ນ
ເມື່ອປີດ Order (ອໍເດີ) ຊື້ ຫຼື ຂາຍ ແລ້ວຈໍານວນເງິນໃນ Equity ຈະປ່ຽນແປງໄປເປັນ Balance

- Margin (ມາຣຈິ້ນ) ແມ່ນເປັນຄ່າປະກັນໃຊ້ ເປີດຄຳສັ່ງ ຊື້ ຫຼື ຂາຍ ເຊິ່ງມູນຄ່າ Margin ນັ້ນແມ່ນຂຶ້ນຢູ່ກັບ Leverage

- Free Margin ແມ່ນເປັນຄ່າປະກັນທີ່ຍັງເຫຼືອສໍາລັບເປີດຄຳສັ່ງ
Order ຊື້ ຫຼື ຂາຍ ໄດ້ຈໍານວນຫລາຍ ຖ້າຫາກວ່າ Free Margin
ເຫຼືອເປັນ 0 ມັນຈະເກີດເຫດການ Margin Call

- Margin Call ເທຣດເດີສ່ວນໃຫຍ່ ຈະຢ້ານກັບຄຳວ່າ Margin Call ເຊິ່ງເຫດການນີ້ ຈະເກີດຂື້ນເມື່ອໂບຣກເກີ ຂອງທ່ານບອກທ່ານວ່າ Free Margin ເຫຼືອເປັນ 0 ແລະ Margin ບໍ່ພຽງພໍ ຈະປີດ Order ຊື້ - ຂາຍ ທັງຫມົດຖ້າຫາກວ່າລາຄາ ມັນອາດຈະແລ່ນໄປ ຕ່ຳກວ່າ Margin ທີ່ທ່ານມີ ໃນບັນຊີຂອງທ່ານ ເມື່ອລາຄາມີການເຄື່ອນໄຫວຢ່າງວ່ອງໄວ

***ດັ່ງນັ້ນທ່ານອາດຈະບໍ່ໄດ້ຮັບການເຕືອນ Margin Call ເພາະ Order ຂອງທ່ານ ຈະຖືກປິດໄປກ່ອນ
***Margin calls ສາມາດຫຼີກລ່ຽງໄດ້ ໂດຍການເບິ່ງໜ້າຈໍເທຣດຂອງທ່ານໃຫ້ຫຼາຍຂື້ນບໍ່ລະສັງເກດເຫັນ ຫຼື ໂດຍການໃຊ້ Stop Loss Order (SL) ລະມັດລະວັງໄວ້ລ່ວງຫນ້າເພື່ອຈະກຳຈັດຄວາມສ່ຽງໄວ້
( Stop Loss ຈະອະທິບາຍໃນເລື່ອງຕໍ່ໄປ )

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ