ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ເລີ່ມຕົ້ນສູ່ Forex Trader ມືໃຫມ່


   ກ່ອນຈະເປັນນັກເທຣດ Forex ຄົງຈະສັບສົນວ່າເຮົາຈະເລີ່ມຕົ້ນສືກສາຮຽນຮູ້ອັນໃດກ່ອນດີຈະເລີ່ມຕົ້ນແນວໃດ?
ຖ້າເຮົາຊອກຫາແລະຄົ້ນຄວ້າດ້ວຍຕົວເຮົາເອງ ໃນປັດຈຸບັນນີ້ງ່າຍຫຼາຍຖ້າເຮົາຢາກຈະຮູ້ເລື່ອງກ່ຽວກັບ FOREX, ຖ້າເຮົາມີເງິນຫນ້ອຍ ແລະ ມີເວລາພໍສົມຄວນ ຂ້າພະເຈົ້າຂໍແນະນຳໃຫ້ສືກສາທາງ Internet ກ່ອນ ມີຄົນໃຈດີສ້າງໃວ້ໃຫ້ເຮົາຢູ່ແລ້ວ ທັງບົດຄວາມ ທັງເປັນວິດິໂອ ຫລືທາງ Google ກໍ່ໄດ້ ,ສະນັ້ນເຮົາບໍ່ເສ່ຍເງິນໃນຈຳນວນຫຼາຍທີ່ຈະເລີ້ມຕົ້ນ FOREX (ເກັບຮັກສາເງິນໄວ້ເທຣດເອງຈະດີກວ່າ) ຂ້າພະເຈົ້າຂໍແນະນຳໃນການເລີ່ມຕົ້ນພື້ນຂອງ Forex ແບບງ່າຍໆຢ່າງເຊັ່ນ

 1. ທຳອິດໃຫ້ເຮົາເລີ່ມຈາກການຫາຄວາມຮູ້ກ່ອນເລີຍວ່າ '' FOREX ມັນແມ່ນຫຍັງ? , ມີຄວາມເປັນມາຄືແນວໃດ, ເປັນຫຍັງຈື່ງເອີ້ນວ່າ FOREX ? ເປັນຫຍັງຜູ້ຄົນທົ່ວໂລກຈື່ງໃຫ້ຄວາມສຳຄັນແທ້? '' ໃນເລື່ອງນີ້ກໍ່ມີຜູ້ຮູ້ຫຼາຍໆທ່ານກໍ່ໄດ້ອະທິບາຍໃວ້ຢູ່ໃນ Youtube , Facebook ແລ້ວ ທ່ານສາມາດສືກສາໄດ້ - Forex ແມ່ນຫຍັງ, ຊ່ວງເວລາທີ່ດີໃນການເທຣດ Forex
- ການຊື້ຂາຍ Buy Sell ຄືອັນໃດ, Pip & Point ແຕກຕ່າງກັນຄືແນວໃດ
- ຄຳສັບເທັກນີກຕ່າງໆໃນຕະຫຼາດ Forex ມີອັນໃດແດ່ ເຊັ່ນ: Lot Size / Leverage / Margin / Spread.
- Broker Forex ແມ່ນຫຍັງ ?, ມີຈັກແບບ ? ແຕ່ລະແບບເປັນແນວໃດ.

 2. ລອງເຝີກແບບ ໃຊ້ໂປຣແກຣມຊື້ຂາຍ MT4 ໃຫ້ຂ້ອງ. ແລະໃນໂປຣແກຣມນີ້ສີ່ງທີ່ສຳຄັນຈະຕ້ອງຮູ້ອັນໃດແດ່ ຢ່າງເຊັ່ນ - ການສົ່ງຄຳສັງໃນການຊື້ຂາຍ
- ການຕັ້ງ Take Profit (ຈຸດເອົາກຳໄລ), ແລະ Stop Loss (ຈຸດຢຸດຂາດທືນ)
-ການຕັ້ງ Pending Order (Buy limite/Sell Limite,Buy Stop/Sell Stop)
- ການຕັ້ງ Tailing Stop

 3. ຮຽນຮູ້ການໃຊ້ເຄື່ອງມື Indicator ແລະຮຽນຮູ້ການອ່ານກາຟເຍື່ອຕົ້ນ, ການຕັ້ງຄ່າ,ແລະການປັບແຕ່ງ Indicator ຕ່າງໆ - Indicator 4 ໂຕຫຼັກທີ່ຂ້າພະເຈົ້າຢາກແນະນຳໃຫ້ມືໃຫມ່ໄດ້ຮຸ້ຈັກເຊັ່ນ: EMA/ MACD/ RSI/ STO ແຕ່ລະຕົວໃຊ້ແນວໃດ
- Trend Line/ Support and Resistant Line ແມ່ນຫຍັງ ໃຊ້ແບບໃດ
- Price Action ຫຼື candle Stick Pattern ເປັນແບບໃດ
- Up trend, Down Trend ແລະ Side Way ແມ່ນຫຍັງ, ເປັນແບບໃດ, ໃຊ້ເຄື່ອງມືໂຕໃດມາແຍກ
- High Low ເບີ່ງແນວໃດ Swing H-L ເປັນແບບໃດ, Break Out ຄທອັນໃດ
- ການເບີ່ງກາຟໄລຍະເວລາ Time Frame

4. ເປີດບັນຊີ Demo ເພື່ອທົດລອງການໃຊ້ງານ ແລະ ເຝີກການຕັ້ງຄ່າຕ່າງໆ ໃນ MT4 ໃຫ້ເປັນ
5. ຮຽນຮູ້ເລື່ອການບໍລິຫານເງີນທີ່ມີຢູ່ ( Money Management) ແນະນຳໃຫ້ເທຣດຕາມລະບົບຢ່າງເຄັ່ງຄັດທີ່ສຸດ ພະຍາຍາມສ້າງກຳໄລໄປເລື້ອຍໆ ທຳອິດຄວນເຂົ້າຂະຫນາດຕ່ຳໆກ່ອນເຊັ່ນ 0,01Lot ເມື່ອຊຳນານແລ້ວຈື່ງຄ່ອຍເພີ່ມຂື້ນຕາມຄວາມຊໍານານແລະຄວາມເຫມາະຂອງຕົນເອງ.

 ເພີ່ມເຕີມ Q&A ອ່ານກະທູ້ນີ້ ► https://goo.gl/EqKs1Q


ບໍ່ມີໃຜໃນໂລກເກັ່ງມາຕັ້ງແຕ່ເກີດ....ທ່ານຕ້ອງພາກພຽນ ຄວາມຮູ້ນີ້ແມ່ນຢູ່ກັບທ່ານຕະຫຼອດຊີວິດ. :)

_________________________________________

💡 FOREX for Lao ຫ້ອງຮຽນອອນໄລນ໌ສອນພິເສດຟຣີຕະຫຼາດ FOREX ຕິດຕາມເນື້ອຫາຂໍ້ມູນຂ່າວສານຫຼືສຶກສາໃນເພຈ 💰

Facebook ຄລິກທີ່ນີ້ ► https://www.facebook.com/forexforlao

ຫຼືສຶກສາເວັບໄຊທ໌ Forex for Lao ► http://forexforlao.blogspot.com

ສຶກສາວິດີໂອສອນໄດ້ທຸກທີ່ ທຸກເວລາ ► https://www.youtube.com/forexforlaoblogspot


💹 ສໍາລັບຕະຫຼາດ FOREX

ເປີດບັນຊີເທຣດແບບໂບຣກເກີ FBS ເພື່ອເຮັດເງິນສໍາລັບທ່ານ

ຄລິກທີ່ນີ້ ► https://laofbs.com/?ppu=599148

► ຖ້າທ່ານຄິດວ່າຄວາມຮູ້ນີ້ເປັນປະໂຫຍດສໍາລັບຄົນອື່ນໆ ກົດປຸ່ມ Share ເພື່ອແບ່ງປັນ
"ຄໍາເຕືອນ" ທຸກການລົງທຶນທຸກຢ່າງໃນໂລກຍອມມີຄວາມສ່ຽງ ຄວນສິກສາແລະພິຈາລະນາໃຫ້ຮອບຄອບກ່ອນການຕັດສິນໃຈລົງທຶນ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ