ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

[ເກັດຄວາມຮູ້ເສດຖະກິດໂລກ] ຄໍາສັບພາສາອັງກິດທາງເສດຖະສາດ



[- A -]

► Accrual – ການຈັດສັນຄ່າ premiums ແລະຄ່າສ່ວນຫຼຸດສຳຫຼັບການດຳເນີນທຸລະກິດເງິນຕາຕ່າງປະເທດລ່ວງໜ້າທີ່ກ່ຽວຂ້ອງໂດຍກົງກັບຄ່າ swap (Arbitrage ຂອງດອກເບ້ຍ) ໄລຍະເວລາຂອງທຸລະກິດນັ້ນໆ

► Adjustment – ການດຳເນີນການຢ່າງເປັນທາງການໂດຍວິທີການປ່ຽນແປງນະໂຍບາຍທາງດ້ານການເງິນເພື່ອຫຼຸດຄວາມບໍ່ສົມດຸນໃນການໄຊ້ຈ່າຍ ຫຼືວິທີການຫຼຸດຄ່າເງິນ

► Appreciation – ການແຂງຄ່າຂອງສະກຸນເງິນນັ້ນໆເພື່ອມີຄວາມຕ້ອງການຫຼາຍຂື້ນ

► Arbitrage – ການຊື້ແລະການຂາຍໃນຕະຫຼາດທີ່ມີຄວາມສຳພັນກັນເປັນຈຳນວນທີ່ເທົ່າກັນພ້ອມໆກັນເພື່ອໄດ້ຮັບສ່ວນຕ່າງລະຫວ່າງລາຄາໃນແຕ່ລະຕະຫຼາດ

► Ask (Offer) Price – ເປັນລາຄາທີ່ຕະຫຼາດຕ້ອງການຂາຍໃນສະກຸນເງິນນັ້ນໆ ຕົວຢ່າງເຊັ່ນ: ຖ້າລາຄາຂອງຄູ່ EUR/USD ເປັນ 1.0612 / 1.0630, ລາຄາ ask ຄື 1.0630 ໝາຍຄວາມວ່າທ່ານຕ້ອງໄຊ້ເງິນ 1.0630 US dollar ເພື່ອທີ່ຈະຊື້ 1 Euro

► At Best – ເປັນຄຳແນະນຳຈາກ dealer ໃນການຊື້ຫຼືຂາຍໃນ rate ທີ່ດີທີ່ສຸດທີ່ຈະສາມາດເຮັດໄດ້

► At or Better – ເປັນການສັ່ງໃຫ້ຊື້ຫຼືຂາຍໃນລາຄາທີ່ຕ້ອງການຫຼືລາຄາທີ່ດີກວ່ານີ້

[- B -]

► Balance of Trade – ຈຳນວນສົ່ງອອກລົບກັບຈຳນວນນຳເຂົ້າຂອງປະເທດນັ້ນໆ

► Bar Chart – ປະເພດຂອງກຣາຟເຊິ່ງສະແດງ 4 ສ່ວນຫຼັກຄື ລາຄາຕ່ຳສຸດແລະສູງສຸດ ສະແດງດ້ວຍເສັ້ນແນວຕັ້ງ, ລາຄາເປີດແລະລາຄາປິດສະແດງດ້ວຍເສັ້ນແນວນອນເສັ້ນນ້ອຍໆທາງຊ້າຍແລະຂວາ

► Bear Market (Down Trend) – ເປັນຊ່ວງຕະຫຼາດຂາລົງ ເປັນການອ່ອນຄ່າຂອງລາຄາ

► Bid Price – ເປັນລາຄາທີ່ຕະຫຼາດຕ້ອງການຊື້ໃນສະກຸນເງິນນັ້ນໆ ຕົວຢ່າງເຊັ່ນ: ຖ້າລາຄາຂອງຄູ່ເງິນ EUR/USD ເປັນ 1.0612 /1.0630, ລາຄາ bid ຄື 1.0612 ໝາຍຄວາມວ່າເມື່ອທ່ານຂາຍເງິນ 1 Euro ທ່ານຈະໄດ້ຮັບເງິນ 1.0612 US dollar

► Bid/Ask Spread (Spread) – ສ່ວນຕ່າງລະຫວ່າງລາຄາ bid ແລະລາຄາ ask.(Spread = Bid - Ask)

► Big Figure – ທົດສະນິຍົມ 2 ຫຼື 3 ຫຼັກທຳອິດຂອງລາຄາ ຕົວຢ່າງເຊັ່ນ: ຖ້າລາຄາ bid/ask ຂອງຄູ່ເງິນ GBP/USD ເປັນ 1.2432 /1.2435, ດັ່ງນັ້ນ big figure ແມ່ນ 1.24 ຖ້າລາຄາຂອງຄູ່ EUR/USD ເປັນ 1.0612 /1.0630 Big Figure ແມ່ນ 1.06 ເຊິ່ງ Big Figure ສ່ວນຫຼາຍຈະບໍ່ສະແດງລາຄາທີ່ Dealer ສະເໜີມາເຊັ່ນ: ຖ້າລາຄາຂອງຄູ່ EUR/USD ເປັນ 1.0612 /1.0630 ຫຼື 1.0612 /30 ທາງ dealer ຈະຂຽນສັ້ນໆວ່າ “12/30”

► Book – ເປັນປະຫວັດສະຫຼຸບອໍເດີ່ທີ່ເຄີຍເຮັດລາຍການມາທັງໝົດ

► Bretton Woods Agreement of 1944 – ເປັນຂໍ້ຕົກລົງເພື່ອທີ່ຈະເຮັດໃຫ້ຄ່າຂອງສະກຸນເງິນຫຼັກໆຄົງທີ່ ເພື່ອໃຫ້ທະນາຄານກາງສາມາດແຊກແຊງຕະຫຼາດສະກຸນເງິນໄດ້ ແລະກຳນົດໃຫ້ລາຄາຂອງຄຳເທົ່າກັບ $35 ຕໍ່ ounce. ຂໍ້ຕົກລົງນີ້ໄຊ້ເຖິງປີ 1971 ເມື່ອປະທານາທິບໍດີ Nixon ໄດ້ຍົກເລີກແລະປ່ຽນມາໄຊ້ສະກຸນເງິນແບບລອຍຕົວແທນ

► Broker – ເປັນບໍລິສັດທີ່ເຮັດໜ້າທີ່ປຽບສະເໝືອນເປັນຄົນກາງລະຫວ່າງຄົນຊື້ແລະຄົນຂາຍເພື່ອເກັບຄ່າທຳນຽມ

► Bull Market (Up Trend) – ເປັນຊ່ວງຕະຫຼາດຂາຂື້ນ ເປັນການແຂງຄ່າຂອງລາຄາ

► Bundesbank – ທະນາຄານກາງຂອງປະເທດເຢຍລະມັນ (Germany’s Central Bank)

[- C -]

► Cable – ເປັນຊື່ຮ້ອງຂອງສະກຸນເງິນ GBP/USD ເຊິ່ງເລີ່ມຈາກກາງສະຕະວັດທີ່ 1800 ມີການສົ່ງລາຄາຜ່ານທາງ cable

► Candlestick Chart – ເປັນປະເພດຂອງກຣາຟທີ່ສະແດງລາຄາປິດ ເປີດ ແລະສູງສຸດ ຕ່ຳສຸດຂອງຊ່ວງເວລານັ້ນໆ ຖ້າລາຄາເປີດສູງກວ່າລາຄາປິດ ຊ່ອງສີ່ຫຼ່ຽມລະຫວ່າງລາຄາເປີດແລະລາຄາປິດ. ( close price is shaded. If the close price is higher than the open price, that area of the chart is not shaded)
.
► Cash Market – ເປັນຕະຫຼາດຊື້ຂາຍ futures ຫຼື options

► Central Bank – ເປັນໜ່ວຍງານຂອງລັດຖະບານທີ່ຄວບຄຸມນະໂຍບາຍທາງການເງິນຂອງປະເທດ ຕົວຢ່າງເຊັ່ນ: ທະນາຄານກາງຂອງປະເທດອາເມລິກາຄື Federal Reserve ແລະທະນາຄານກາງຂອງປະເທດເຢຍລະມັນຄື Bundesbank

► Chartist – ເປັນນັກລົງທຶນທີ່ວິເຄາະແນວໂນ້ມລາຄາຈາກກຣາຟເປັນຫຼັກ ຫຼືຮ້ອງອີກຢ່າງໜຶ່ງວ່ານັກລົງທຶນທາງເຕັກນິກ

► Cleared Funds – ເງິນທີ່ສາມາດໄຊ້ໃນການເປີດການຊື້ຂາຍໄດ້

► Clearing – ຂະບວນການໃນການດຳເນີນການຊື້ຂາຍ

► Closed Position (Closed Order) – ຄືການຊື້ຂາຍທີ່ປິດໄປແລ້ວ ເຊິ່ງໃນການປິດການຊື້ຂາຍ ນັກລົງທຶນກໍ່ຈະຕ້ອງຊື້ຫຼືຂາຍກົງກັນຂ້າມກັບລາຍການທີ່ໄດ້ເຮັດໄວ້ແລ້ວ

► Collateral – ຊັບສິນຄ້ຳປະກັນ

► Commission – ເປັນຄ່າທຳນຽມຈາກໂບຣກເກີ່

► Confirmation – ເອກະສານທີ່ຢືນຢັນເງື່ອນໄຂຂໍ້ຕົກລົງໃນການຊື້ຂາຍ

► Contagion – ແນວໂນ້ມຂອງວິກິດເສດຖະກິດທີ່ຈະແຜ່ກະຈາຍໄປຕະຫຼາດອື່ນໆ ເຊິ່ງໃນປີ 1997, ຄວາມບໍ່ໝັ້ນຄົງທາງການເມືອງຂອງປະເທດອິນໂດເນເຊຍເຮັດໃຫ້ເກີດຄວາມບໍ່ແນ່ນອນໃນສະກຸນເງິນ Rupiah. ເຊິ່ງມີຜົນກະທົບຕໍ່ໄປຍັງຫຼາຍປະເທດໃນທະວີບເອເຊຍແລະຕໍ່ມາແມ່ນທະວີບລາຕິນອາເມລິກາ ເຊິ່ງຮ້ອງເຫດການນີ້ວ່າ ‘Asian Contagion’

► Contract – ໜ່ວຍມາດຕະຖານຂອງການຊື້ຂາຍ

► Counter Currency – ສະກຸນເງິນທີ່ຂຽນເປັນລຳດັບທີ່ສອງໃນຄູ່ສະກຸນເງິນ

► Counter party – ໜຶ່ງໃນຜູ້ທີ່ມີສ່ວນຮ່ວມໃນການຊື້ຂາຍລາຍການທາງການເງິນ

► Country Risk – ຄວາມສ່ຽງໃນການເຮັດທຸລະກຳຂ້າມປະເທດເຊິ່ງຈະກ່ຽວຂ້ອງກັບກົດໝາຍຫຼືເງື່ອນໄຂທາງການເມືອງ

► Cross Currency Pairs – ຄູ່ສະກຸນເງິນທີ່ບໍ່ມີ U.S. dollar ເຊັ່ນ: EUR/JPY ຫຼື GBP/CHF

► Currency – ເງິນທີ່ອອກໂດຍລັດຖະບານຫຼືທະນາຄານກາງເຊິ່ງໄຊ້ໃນການຊື້ຂາຍ.

► Currency Pair – ຄູ່ສະກຸນເງິນທີ່ປະກອບໄປດ້ວຍ 2ສະກຸນເງິນ ຕົວຢ່າງເຊັ່ນ: EUR/USD , EUR/JPY ,GBP/CHF ແລະອື່ນໆ

► Currency Risk – ຄວາມສ່ຽງໃນການປ່ຽນແປງ rates ຂອງຄ່າເງິນຢ່າງຜັນຜວນ

[- D -]

► Day Trader – ເປັນນັກລົງທຶນທີ່ຊື້ຂາຍເປີດແລະປິດການຊື້ຂາຍໃນມື້ດຽວ

► Dealer – ເປັນບຸກຄົນຫຼືບໍລິສັດທີ່ເຮັດການເປີດຊື້ຂາຍກັບອີກຕະຫຼາດໜຶ່ງເພື່ອທີ່ຈະໄດ້ຮັບກຳໄລຈາກຄ່າ spread.

► Deficit – ການຂາດທຶນ

► Delivery – ການເຮັດການຊື້ຂາຍໂດຍໄດ້ຮັບສິນຄ້າຈິງ

► Depreciation – ການຫຼຸດຄ່າຂອງສະກຸນເງິນ

► Derivative – ສັນຍາຊື້ຂາຍຈາກການປ່ຽນແປງຂອງລາຄາສັບສິນ future ຫຼື ສິນຄ້າອື່ນໆ ເຊິ່ງ Option ກໍ່ເປັນ derivative ທີ່ນິຍົມຊື້ຂາຍກັນຫຼາຍທີ່ສຸດ

►Devaluation – ການຫຼຸດຄ່າເງິນເຊິ່ງປະກາດໂດຍລັດຖະບານເປັນສ່ວນຫຼາຍ

[- E -]

► EURO – ສະກຸນເງິນຍູໂຣ European Monetary Union (EMU). ເຊິ່ງມາແທນທີ່ European Currency Unit (ECU).

► Economic Indicator – ສະຖິຕິປະກາດຈາກລັດຖະບານກ່ຽວກັບການເຕີບໃຫ່ຍແລະມີສະຖຽນລະພາບທາງດ້ານເສດຖະກິດ ໂດຍທົ່ວໄປຈະປະກອບໄປດ້ວຍອັດຕາການຈ້າງງານ, Gross Domestic Product (GDP), ເງິນເຟີ້, ຍອດຂາຍຍ່ອຍ, ແລະອື່ນໆ

► End of Day Order (EOD) – ລາຍການຊື້ຫຼືຂາຍຕາມລາຄາທີ່ກຳນົດໄວ້ ລາຍການຊື້ຂາຍນີ້ຈະເປີດໄວ້ ຈົນກວ່າຈະສິ້ນສຸດໃນມື້ນັ້ນ ໂດຍທົ່ວໄປຈະເປັນເວລາ 5PM EST

► European Central Bank (ECB) – ທະນາຄານກາງຂອງສະຫະພາບຢູໂຣບ

► European Monetary Union (EMU) – ຈຸດປະສົງຂອງ EMU ຄືການກໍ່ຕັ້ງສະກຸນເງິນຢູໂຣເພື່ອໄຊ້ແທນສະກຸນເງິນຂອງປະເທດຕ່າງໆໃນທະວີບຢູໂຣບໃນປີ 2002 ໃນວັນທີ່ 1 ມັງກອນ 1999 ໄດ້ເລີ່ມີການທົດລອງໄຊ້ເງິນສະກຸນຢູໂຣເປັນເວລາ 3 ປີ ແລະໃນວັນທີ່ 1 ກໍລະກົດ 2002 ໄດ້ມີການໄຊ້ຢ່າງເຕັມຮູບແບບ ສະມາຊິກຂອງ EMU ປະກອບມີປະເທດ ເຢຍລະມັນ, ຝຣັ່ງ,ເບລຢ່ຽມ,ລຸກຊຳບວກ,ອອສເຕຣຍ,ຟິນແລນ,ໄອແລນ,ເນເທີແລນ,ອີຕາລີ,ສະເປນແລະໂປຕຸເກດ

[- F -]

► FX (FOREX ຫຼື Foreign Exchange Market) – ແລກປ່ຽນເງິນຕາຕ່າງປະເທດ ເປັນການຊື້ຂາຍສະກຸນເງິນ ໂດຍການຊື້ເງິນສະກຸນໜຶ່ງແລະຂາຍເງິນອີກສະກຸນໜຶ່ງເປັນຄູ່

► Federal Deposit Insurance Corporation (FDIC) – ໜ່ວຍງານທີ່ຮັບຜິດຊອບໃນການຈັດການຄຸ້ມຄອງການຝາກເງິນໃນປະເທດສະຫະລັດອາເມລິກາ.

► Federal Reserve (Fed) – ທະນາຄານກາງຂອງອາເມລິກາ

► First in First Out (FIFO) – ກົດໃນການຊື້ຂາຍທີ່ເປີດກ່ອນຈະຖືກປິດກ່ອນໃນກໍລະນີທີ່ມາຣ໌ຈິນບໍ່ພໍ

► Flat/square – ເປັນລາຍການຊື້ຂາຍທີ່ຫັກລ້າງກັນເຊັ່ນ: ທ່ານເຮັດລາຍການຊື້ $500,000 ແລະອີກລາຍການນຶ່ງຂາຍ $500,000

► Forward – ສັນຍາການຊື້ຂາຍລ່ວງໜ້າໃນລາຄາແລະວັນເວລາທີ່ໄດ້ຕົກລົງໄວ້

► Forward Points – ຈຳນວນ pip ທີ່ເພີ່ມຫຼືຫັກອອກຈາກລາຄາປັດຈຸບັນເພື່ອທີ່ຈະຄິດໄລ່ລາຄາລ່ວງໜ້າ

► Fundamental Analysis – ການວິເຄາະແນວໂນ້ມລາຄາລ່ວງໜ້າໂດຍການສຶກສາພາວະເສດຖະກິດແລະການເມືອງເປັນຫຼັກ

► Futures Contract – ສັນຍາແລກປ່ຽນໃນການຊື້ຂາຍທີ່ລາຄາແລະວັນເວລາທີ່ໄດ້ກຳນົດໄວ້ ຂໍ້ແຕກຕ່າງລະຫວ່າງ Future ແລະ Forward ຄື Future ໂດຍປົກກະຕິຈະເປັນ Exchange-Traded Contacts (ETC) ສ່ວນ Forward ນັ້ນຈະເປັນ Over the Counter (OTC)

[- G -]

► G7 – ປະເທດຜູ້ນຳໃນດ້ານອຸດສາຫະກຳ ປະກອບມີ ອາເມລິກາ ເຢຍລະມັນ ຢີ່ປຸ່ນ ຝຣັ່ງ ອັງກິດ ການາດາແລະອີຕາລີ

► Going Long – ການຊື້ສິນຄ້າເຊັ່ນ ຫຸ້ນ ສິນຄ້າໂພຄະພັນ ຫຼື ສະກຸນເງິນ

► Going Short – ການຂາຍສິນຄ້າໂດຍທີ່ບໍ່ໄດ້ເປັນເຈົ້າຂອງສິນຄ້າເອງ

► Good till Cancelled Order (GTC) – ການຊື້ຂາຍສິນຄ້າໃນລາຄາທີ່ກຳນົດໄວ້ ລາຍການຈະຍົກເລີກເມື່ອມີຄຳສັ່ງຈາກລູກຄ້າເທົ່ານັ້ນ

► Gross Domestic Product – ຜະລິດຕະພັນລວມພາຍໃນປະເທດ

► Gross National Product – ຜະລິດຕະພັນມວນລວມປະຊາຊາດຄື Gross domestic product ບວກດ້ວຍລາຍໄດ້ຈາກການລົງທຶນຫຼືການເຮັດວຽກຕ່າງປະເທດ

[- H -]

► Hedge – ການເປີດລາຍການຊື້ຂາຍກົງກັນຂ້າມກັບລາຍການທີ່ມີຢູ່ເພື່ອຫຼຸດຄວາມສ່ຽງລົງ

► Hit the bid – ການຍອມຮັບການຂາຍຢູ່ລາຄາ bid

[- I -]

► Inflation – ສະພາບເສດຖະກິດທີ່ລາຄາຂອງສິນຄ້າໄດ້ເພີ່ມສູງຂື້ນ ເຮັດໃຫ້ອຳນາດການຊື້ຂອງປະຊາຊົນຫຼຸດລົງ

► Initial Margin – ເງິນປະກັນເລີ່ມຕົ້ນທີ່ຕ້ອງໄຊ້ໃນການເປີດການຊື້ຂາຍ

► Interbank Rates – ອັດຕາແລກປ່ຽນສະກຸນເງິນລະຫວ່າງທະນາຄານຕ່າງປະເທດ

► Intervention – ການແຊກແຊງຄ່າເງິນຂອງທະນາຄານກາງເພື່ອຄວບຄຸມອັດຕາແລກປ່ຽນ

[- K -]

► Kiwi – ຄຳສະແລງຂອງສະກຸນເງິນດອນລ່າຂອງປະເທດນິວຊີແລນ

[- L -]

► LIBOR – ຫຍໍ້ມາຈາກ London Inter-Bank Offered Rate ເຊິ່ງທະນາຄານຕ່າງໆຈະໄຊ້ເລດ LIBOR ເມື່ອຍືມເງິນຈາກທະນາຄານອື່ນ

► Leading Indicators – ຄ່າສະຖິຕິທີ່ໄຊ້ຄາດການສະພາວະທາງເສດຖະກິດລ່ວງໜ້າ

► Leverage – ເປັນອັດຕາສ່ວນເພື່ອທີ່ຈະຄິດໄລ່ມາຣ໌ຈິນໃນການຊື້ຂາຍ

► Limit order – ເປັນການຊື້ຂາຍທີ່ຕັ້ງລາຄາໄວ້ລ່ວງໜ້າວ່າຈະເຮັດການຊື້ຂາຍຢູ່ລາຄາທໍ່ໃດ ເພື່ອເປັນການຫຼຸດຄວາມສ່ຍງໃນຕະຫຼາດທີ່ມີລາຄາຂື້ນລົງຢ່າງໄວ

► Liquidation – ການປິດລາຍການຊື້ຂາຍທີ່ມີຢູ່ໂດຍໄຊ້ວິທີ offsetting transaction

► Liquidity – ຄວາມສາມາດໃນການຮັບການຊື້ຂາຍປະລິມານຫຼາຍໂດຍທີ່ມີຜົນກະທົບຕໍ່ລາຄານ້ອຍທີ່ສຸດ

► Long Position (Buy Position) – ລາຍການຊື້ ລາຍການນີ້ຈະໄດ້ກຳໄລເມື່ອສິນຄ້າທີ່ເຮົາເຮັດລາຍການມີລາຄາສູງຂື້ນ

► Lot – ຈໍານວນໜ່ວຍປະລິມານທີ່ໄຊ້ໃນການເປີດຊື້-ຂາຍ

[- M -]

► Margin – ຈຳນວນເງິນປະກັນທີ່ໄຊ້ໃນການເປີດອໍເດີ່(Order)

► Margin Call – ການແຈ້ງເຕືອນຈາກໂບຣກເກີ່ຫຼືດິລເລີ່ເພື່ອແຈ້ງວ່າມາຣ໌ຈິນເຫຼືອໜ້ອຍແລ້ວ

► Mark-to-Market – ການຄິດໄລ່ກຳໄລຂາດທຶນຂອງລາຍການຊື້ຂາຍໂດຍໃຫ້ສະທ້ອນກັບລາຄາຕະຫຼາດໃນປັດຈຸບັນ

► Market Maker – ດີລເລີ່ທີ່ສົ່ງລາຄາ bid ແລະ ask ແລະພ້ອມທີ່ຈະເຮັດລາຍການຊື້ຂາຍໃນສິນຄ້າຕ່າງໆ

► Market Risk – ຄວາມສ່ຽງຈາກການຂື້ນລົງຂອງຕະຫຼາດ

► Maturity – ວັນທີ່ໝົດສັນຍາການຊື້ຂາຍສິນສັບທາງການເງິນ

[- N-]
►Net Position – ຈຳນວນລາຍການຊື້ຂາຍທັງໝົດໂດຍບໍ່ມີການຫັກລ້າງລາຍການທີ່ເປີດກົງກັນຂ້າມ

[-O-]
► Offsetting transaction – ການຊື້ຂາຍທີ່ເປີດກົງກັນຂ້າມກັບລາຍການທີ່ມີຢູ່ເພື່ອຫຼຸດຄວາມສ່ຽງ

► One Cancels the Other Order (OCO) – ການປະມວນຜົນຂອງ 2 ອໍເດີ່ ຖ້າອໍເດີ່ໃດອໍເດີ່ໜຶ່ງໄດ້ເປີດການຊື້ຂາຍແລ້ວ ອີກອໍເດີ່ໜຶ່ງຈະຖືກຍົກເລີກອັດຕະໂນມັດ

► Open order – ອໍເດີ່ທີ່ໄດ້ຮັບການປະມວນຜົນເມື່ອລາຄາໄດ້ມາເຖິງລາຄາທີ່ມີການຕັ້ງເປົ້າຊື້ຂາຍໄວ້ ເຊິ່ງປົກກະຕິກໍ່ຈະເຊື່ອມຕໍ່ກັບ Good ’til Cancelled Orders

► Open position – ເປັນລາຍການຊື້ຂາຍທີ່ກຳລັງຢູ່ໃນຕະຫຼາດ ຍັງບໍ່ໄດ້ຄິດເລື່ອງກຳໄລຂາດທຶນຈົນກວ່າຈະປິດລາຍການ

► Order – ການສັ່ງການຊື້ຂາຍຕາມທີ່ໄດ້ຕັ້ງລາຄາໄວ້

► Over the Counter (OTC) – ເປັນການອະທິບາຍເຖິງລາຍການຊື້ຂາຍທີ່ເກີດຂື້ນນອກຕະຫຼາດ

► Overnight Position – ການຊື້ຂາຍທີ່ເປີດຂ້າມວັນ

[- P -]
► Pips – ຫົວໜ່ວຍທີ່ນ້ອຍຂອງລາຄາຂອງຄູ່ສະກຸນເງິນ ຕົວຢ່າງເຊັ່ນ: ຄູ່ສະກຸນເງິນ EURUSD 1 pip ຈະເທົ່າກັບ 0.0001 ເຊິ່ງອາດຈະຮ້ອງວ່າ Point ກໍ່ໄດ້

► Political Risk – ການປ່ຽນແປງນະໂຍບາຍຂອງລັດຖະບານທີ່ຈະມີຜົນຢ່າງຫຼວງຫຼາຍຕໍ່ລາຍການຊື້ຂາຍຂອງນັກລົງທຶນ

► Position – ລາຍການຊື້ຂາຍສຸດທິຂອງສະກຸນເງິນນັ້ນໆ

► Premium – ຈຳນວນທີ່ລາຄາຂອງ forward ຫຼື future ເກີນໄປຈາກລາຄາ spot

► Price Transparency – ການສະແດງລາຄາໃຫ້ກັບນັກລົງທຶນທຸກຄົນເພື່ອຄວາມເທົ່າທຽມກັນໃນການຊື້ຂາຍ

► Profit /Loss or “P/L” or Gain/Loss – ຍອດກຳໄລຫຼືຂາດທຶນຈາກລາຍການຊື້ຂາຍທັງໝົດ (ລາຍການທີ່ໄດ້ເຮັດການປິດຮຽບຮ້ອຍແລ້ວບວກ ຫຼືລົບດ້ວຍຍອດກຳໄລຂາດທຶນຂອງລາຍການທີ່ຍັງເປີດຄ້າງຢູ່)

[- Q -]
► Quote – ລາຄາທີ່ຕະຫຼາດສະແດງເພື່ອເຮັດການຊື້ຂາຍ

[- R -]
► Rally – ການເພີ່ມຂື້ນຂອງລາຄາຫຼັງຈາກລາຄາໄດ້ຕົກລົງມາເປັນເວລາຊ່ວງໜຶ່ງ

► Range – ສ່ວນຕ່າໆລະຫວ່າງລາຄາສູງສຸດແລະລາຄາຕ່ຳສຸດໃນຊ່ວງເວລາໜຶ່ງ

► Rate – ອັດຕາສ່ວນຂອງລາຄາໃນສະກຸນເງິນໜຶ່ງເມື່ອປຽບທຽບກັບອີກສະກຸນເງິນໜຶ່ງ

► Resistance – ເປັນຄຳສັບທີ່ໄຊ້ໃນການວິເຄາະທາງເທັກນິກ ເຊິ່ງຈະເປັນການວິເຄາະວ່າຄົນສ່ວນຫຼາຍຈະຊື້ຂາຍໃນລາຄານີ້

► Revaluation – ການເພີ່ມຂື້ນຂອງຄ່າເງິນອັນເນື່ອງມາຈາກການແຊກແຊງຂອງທະນາຄານກາງ ກົງກັນຂ້າມກັບ Devaluation

► Risk – ຄວາມສ່ຽງໃນການປ່ຽນແປງຂອງລາຄາທີ່ບໍ່ແນ່ນອນ

► Risk Management – ການວິເຄາະແລະໄຊ້ທາງເທັກນິກໃນການຊື້ຂາຍໃນການຫຼຸດຄວາມສ່ຽງຕ່າງໆທີ່ອາດຈະເກີດຂື້ນ

► Roll-Over – ຂະບວນການໃນການຊື້ຂາຍທີ່ມີການຖີ້ມໄວ້ຂ້າມຄືນ ເຊິ່ງຂະບວນການນີ້ກໍ່ຈະມີຄ່າໄຊ້ຈ່າຍ(ຫຼືລາຍໄດ້)ຈາກສ່ວນຕ່າງດອກເບ້ຍລະຫວ່າງ 2 ສະກຸນເງິນ

► Round trip – ການຊື້ແລະຂາຍໃນສະກຸນເງິນໜຶ່ງໆ

[- S -]

► Settlement – ຂະບວນການທີ່ລາຍການຊື້ຂາຍໄດ້ຖືກບັນທຶກໄວ້ ເຊິ່ງການຊື້ຂາຍນີ້ອາດຈະບໍ່ໄດ້ແລກປ່ຽນສິນຄ້າ

► Short Position (Sell Position) – ເປັນລາຍການຊື້ຂາຍທີ່ຈະໄດ້ກຳໄລເມື່ອລາຄາຂອງສິນຄ້ານັ້ນຕົກລົງມາ

► Spot Price – ລາຄາປະຈຸບັນ

► Spread – ຄວາມແຕກຕ່າງຂອງລາຄາລະຫວ່າງ bid ແລະ offer

► Square – ການທີ່ມີລາຍການຊື້ແລະການຂາຍທີ່ມີຄວາມດູນດ່ຽງກັນ

► Sterling – ຄຳສະແລງຂອງສະກຸນເງິນປອນ

► Stop Loss Order (SL) – ເປັນອໍເດີ່ທີ່ມີການຕັ້ງຈຸດຂາດທຶນໄວ້ເພື່ອທີ່ຈະຈຳກັດຄວາມສ່ຽງໃນກໍລະນີລາຄາບໍ່ເປັນໄປຕາມທີ່ນັກລົງທຶນວິເຄາະໄວ້ ຕົວຢ່າງ ຖ້າເປີດອໍເດີ່ຊື້ຢູ່ລາຄາ 156.27 ນັກລົງທຶນອາດຈະຕັ້ງ stop loss ໄວ້ທີ່ 155.49 ເມື່ອລາຄາຕະຫຼາດມາເຖິງລາຄານີ້ອໍເດີ່ກໍ່ຈະປິດໃຫ້ອັດຕະໂນມັດ

► Support Levels – ເປັນແນວຮັບທີ່ກົງກັນຂ້າມກັບແນວຕ້ານ (Resistance) ແນວຮັບນີ້ຈະເປັນແນວຮັບທີ່ນັກລົງທຶນສ່ວນຫຼາຍຈະຊື້

► Swap – ດອກເບ້ຍ swap ເປັນດອກເບ້ຍທີ່ເຮົາຈະໄດ້ຫຼືເສຍໄປເມື່ອເຮົາເຮັດການເປີດອໍເດີ່ປະໄວ້ຂ້າມໄວ້

► Swissy – ເປັນຄຳສັບສະແລງຈາກສະກຸນເງິນຝຣັ່ງຂອງປະເທດເຊີວິດເຊີແລນ

[- T -]
► Technical Analysis – ການວິເຄາະແນວໂນ້ມໂດຍໄຊ້ຂໍ້ມູນຕະຫຼາດຍ້ອນຫຼັງ ເຊັ່ນ: ລາຄາ, ປະລິມານຊື້ຂາຍ, ດອກເບ້ຍແລະອື່ນໆ

► Tick – ການປ່ຽນແປງຂອງລາຄາຂື້ນລົງໃນແຕ່ລະເທື່ອ

► Tomorrow Next (Tom/Next) – ການເປີດການຊື້ຂາຍສະກຸນເງິນໃນປະຈຸບັນແລະກັບມາເປີດລາຍການອີກໃນມື້ຕໍ່ມາ ເພື່ອຫຼີກຫຼ່ຽງໃນການໄດ້ຮັບເງິນຈິງຈາກການຊື້ຂາຍນີ້

► Transaction Cost – ຕົ້ນທຶນໃນການເຮັດລາຍການຊື້ຂາຍສັບສິນທາງການເງິນ

► Transaction Date – ວັນທີ່ເຮັດລາຍການຊື້ຂາຍ

► Turnover – ຈຳນວນເງິນທັງໝົດທີ່ເຮັດລາຍການຊື້ຂາຍໃນຊ່ວງເວລາໜຶ່ງ

► Two-Way Price – ການສະແດງລາຄາ bid ແລະ offer

[- U -]
► US Prime Rate – ອັດຕາດອກເບ້ຍທີ່ທະນາຄານຂອງສະຫະລັດອາເມລິກາໃຫ້ລູກຄ້າຂອງອົງການກູ້ຍື້ມ

► Unrealized Gain/Loss – ຍອດກຳໄລຂາດທຶນສຳຫຼັບລາຍການຊື້ຂາຍທີ່ຍັງບໍ່ໄດ້ປິດໃນຂະນະນັ້ນ ຖ້າລາຍການຊື້ຂາຍນັ້ນປິດແລ້ວກໍ່ຈະເປັນກຳໄລຂາດທຶນທີ່ເກີດຂື້ນແທ້

► Uptick – ລາຄາຕະຫຼາດໃໝ່ທີ່ສະແດງຂື້ນມາສູງກວ່າລາຄາກ່ອນໜ້ານີ້

► Uptick Rule – ໃນປະເທດສະຫະລັດອາເມລິກາຈະມີເງື່ອນໄຂວ່າຈະບໍ່ສາມາດເປີດລາຍການຂາຍໄດ້ຖ້າລາຍການຊື້ຂາຍລ່າສຸດ ມີລາຄາບໍ່ຕ່ຳກວ່າລາຄາທີ່ນັກລົງທຶນກຳລັງຈະຂາຍຕໍ່ໄປ

[- V -]
► Value Date – Tວັນທີ່ຕົກລົງເຮັດສັນຍາຊື້ຂາຍ ຕົວຢ່າງເຊັ່ນ: ໃນຕະຫຼາດ spot value date ຄືອີກ 2ວັນທັດໄປຫຼືອາດຈະຮ້ອງວ່າ maturity date ກໍ່ໄດ້

► Variation Margin – ເງິນປະກັນທີ່ທາງໂບຣກເກີ່ໃຫ້ສຳຮອງໄວ້ເມື່ອເຮັດການຊື້ຂາຍ

► Volatility (Vol) – ການວັດສະຖິຕິຄວາມເຄື່ອນໄຫວຂອງລາຄາໃນເວລາໃດໜຶ່ງ

[- W -]
► Whipsaw – ເປັນຮູບແບບລາຄາທີ່ຂື້ນໄປຢ່າງໄວວາແລະຫຼັງຈາກນັ້ນກໍ່ຕົກລົງມາໄວເຊັ່ນດຽວກັນ
[- Y -]

► Yard
– ຄຳສະແລງຂອງຈໍານວນພັນລ້ານ

-----------------------------------------------------------------------------
►ຖ້າທ່ານຄິດວ່າເປັນປະໂຫຍດສໍາລັບຄົນອື່ນໆສາມາດສ້າງລາຍໄດ້ "ກົດປຸ່ມ Share" ເພື່ອແບ່ງປັນ
►ສາມາດເບິ່ງວິດີໂອອອນລາຍສຶກສາໄດ້ທຸກທີ່ "ກົດປຸ່ມຕິດຕາມ Subscribe" ເພື່ອຮັບການແຈ້ງເຕືອນວິດີໂອໃຫມ່ໆ
ທີ່ນີ້: https://www.youtube.com/forexforlaoblogspot
►ກົດ Like ເພຈເຟສບຸກ ແລະ ເລືອກສະແດງ feed ເປັນເບິ່ງກະທູ້ກ່ອນ (See First) ເພື່ອຮັບການແຈ້ງເຕືອນວິດີໂອໃຫມ່ໆແລະເຕັກນິກການເທຣດຈາກເພຈ

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ