ວິເຄາະແນວໂນ້ມ Buy ຫຼື Sell ບິດຄອຍ    

    ບົດຄວາມສອນ FOREX, ບິດຄອຍ ແລະເງິນດິຈິຕອນ    

ຄວາມຄິດແລະການວິເຄາະ ຂັ້ນຕອນສ້າງແຜນຍຸດທະສາດຕະຫຼາດ FOREX



1. "ສໍາຫຼວດຕົວທ່ານເອງແລະຕັດສິນໃຈ" 

ຮູບແບບການເທຣດທີ່ເຫມາະສົມກັບທ່ານທີ່ສຸດຍົກຕົວຢ່າງ Trending strategy Breakout strategy ຫຼື Scalping strategy ເມື່ອທ່ານຕັດສິນໃຈແລ້ວພະຍາຍາມເລືອກອິດດີເກເຕີ້ 2-3 ອັນເພື່ອຊ່ວຍໃຫ້ທ່ານຕັດສິນໃຈງ່າຍຂຶ້ນ ວ່າຄວນຈະເຂົ້າ Buy/Sell ອອກ Order ຈຸດໃດ


2. "ປັບກົນລະຍຸດໃຫ້ເຫມາະສົມກັບຕົນເອງ"


ຂັ້ນຕອນນີ້ເປັນຂັ້ນຕອນສໍາຄັນທີ່ສຸດໃນການໃຊ້ກົນລະຍຸດເພື່ອເຮັດກຳໄລ, ສິ່ງທໍາອິດຄື ຕັ້ງຄ່າອິນດີເກເຕີ້ເພື່ອໃຫ້ໄດ້ຈຸດເຂົ້າອອກທີ່ດີ ແລະ ຈະເຮັດໃຫ້ຮູ້ວ່າເປັນສີ່ງທີ່ຕອບໂຈດເຮົາຫຼືບໍ່ ໃນຈຸດນີ້ທ່ານຈະເຫັນວ່າຕອນໃດຄວນລະວັງໃນການເທຣດ ແລະ ມີປັດໄຈໃດທີ່ເປັນຫົວໃຈສຳຄັນທີ່ນຳໄປສູ່ຄວາມສຳເລັດໃນການເທຣດ


3. "ທົດລອງໃຊ້ກົນລະຍຸດຝຶກຕົນເອງ"


ເລີ່ມຕົ້ນການທົດລອງກົນລະຍຸດໃນບັນຊີທົດລອງກ່ອນ ໂດຍການສັງເກດແລະການບັນທຶກກ່ຽວກັບການເທຣດໃນແຕ່ລະຄັ້ງ ໃນຂັ້ນຕອນສຸດທ້າຍຂອງການທົດສອບຄືເບິ່ງວ່າມັນໄດ້ກໍາໄລຫຼືບໍ່ ຖ້າຫາກວ່າບໍ່ໃຫ້ກັບຄືນໄປຂັ້ນຕອນທີ່ 2 ເພື່ອປັບປຸງກົນລະຍຸດຄືນ ແລະ ຖ້າທົດສອບແລ້ວສາມາດກໍາໄລ ຕອນນີ້ກໍ່ພ້ອມແລ້ວທີ່ຈະລົງບັນຊີເງິນແທ້

👇 ກົດປຸ່ມ Share ແບ່ງປັນຄວາມຮູ້

🔥 ບົດຄວາມທີ່ໄດ້ຮັບຄວາມນິຍົມ